ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຈູດທູບໄຕ້ທຽນລະນຶກເຖິງ ທ່ານເລຂາທິການໃຫຍ່ ຫງວຽນວັນລິງ

(VOVWORLD) -ຕອນບ່າຍວັນທີ 27 ມັງກອນ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ຈູດທູບໄຕ້ທຽນລະນຶກເຖິງ ທ່ານເລຂາທິການໃຫຍ່ ຫງວຽນວັນລິງ

ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຈູດທູບໄຕ້ທຽນລະນຶກເຖິງ ທ່ານເລຂາທິການໃຫຍ່ ຫງວຽນວັນລິງ - ảnh 1 ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ

ຈູດທູບໄຕ້ທຽນລະນຶກເຖິງ ທ່ານເລຂາທິການໃຫຍ່ ຫງວຽນວັນລິງ

(ພາບ: TTXVN)

ຢ້ຽມຢາມຖາມຂ່າວ ແລະ ອວຍພອນປີໃໝ່ ທ່ານນາງ ໂງທິເຮ້ວ ເຊິ່ງແມ່ນພັນລະຍາຂອງທ່ານເລຂາທິການໃຫຍ່ ຫວຽນວັນລິງ ແລະ ຄອບຄົວທີ່ເຮືອນພັກສ່ວນຕົວ ຢູ່ນະຄອນ ໂຮ່ຈີມິນ.

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ສະແດງຄວາມອາໄລຫາ ທ່ານເລຂາທິການໃຫຍ່ ຫງວຽນວັນລິງ, ລູກສິດຜູ້ດີເດັ່ນຂອງປະທານ ໂຮ່ຈີມິນ, ຜູ້ນຳທີ່ຈົງຮັກພັກດີ ແລະ ມີຫົວຄິດປະດິດສ້າງຂອງພັກ, ເປັນແວ່ນແຍງກ່ຽວກັບນ້ຳໃຈກ້າຄິດ, ກ້າທຳ, ກ້າຮັບຜິດຊອບຕໍ່ພັກ, ຕໍ່ປະຊາຊົນ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ກໍ່ໄດ້ຢື້ຢາມຖາມຂ່າວເຖິງສຸຂະພາບ ແລະ ຊີວິດການປັນຢູ່ຂອງທ່ານນາງ ໂງທິເຮ້ວ ແລະ ຄອບຄົວ.

ຕອບກັບ

ຂ່າວ/ບົດ​ອື່ນ