ເລຂາທິການໃຫຍ່ ສປຊ ກ່າວປະນາມການບຸກໂຈມຕີກໍ່ການຮ້າຍຢູ່ ໂຊມາລີ

(VOVWORLD) -ວັນທີ 13 ກໍລະກົດ, ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ໄດ້ກ່າວປະນາມເຫດບຸກໂຈມຕີກໍ່ການຮ້າຍທີ່ເກີດຂຶ້ນໃນວັນທີ 12 ກໍລະກົດ ຢູ່ ພາກໃຕ້ ໂຊມາລີ. 

ໃນແຈ້ງການຢ່າງເປັນທາງການຂອງ ສປຊ, ທ່ານ Antonio Guterres ໄດ້ສະແດງຄວາມເສົ້າສະຫລົດໃຈມາຍັງບັນດາຄອບຄົວທີ່ມີຜູ້ເສຍຊີວິດໃນເຫດບຸກໂຈມຕີກໍ່ການຮ້າຍ ເກີດຂຶ້ນຢູ່ ນະຄອນທ່າກຳປັ່ນ Kismayo ເມື່ອຜູ້ວາງລະເບີດສະຫລະຊີບຂັບລົດໂອໂຕຄັນຫນຶ່ງບັນທຸກດິນລະເບີດເຂົ້າໂຮງແຮມ Asasey ແລະ ຫລັງຈາກນັ້ນ ບັນດາມືປືນກໍ່ແລ່ນເຂົ້າໄປຕາມ. ກຸ່ມກໍ່ການຮ້າຍ al – Shabab ໄດ້ຮັບຖືວ່າ ໄດ້ອອກຕົວຍອມຮັບເປັນຜູ້ກໍ່ໃຫ້ເກີດເຫດບຸກໂຈມຕີດັ່ງກ່າວ ຊື່ງເຮັດໃຫ້ ມີຜູ້ເສຍຊີວິດຢ່າງຫນ້ອຍສຸດ 26 ຄົນ. ນີ້ແມ່ນເຫດບຸກໂຈມຕີນອງເລືອດທີ່ສຸດຢູ່ ເຂດ Kismayo ນັບແຕ່ເມື່ອ al- Shabab ຖືກກວາດລ້າງອອກຈາກນະຄອນ ນັບແຕ່ປີ 2012.

ຕອບກັບ

ຂ່າວ/ບົດ​ອື່ນ