ເລ​ຂາ​ທິ​ການ​ໃຫຍ່ ສະ​ພາ​ແຫ່ງ​ຊາດ ບຸ່ຍ​ວັນ​ເກື​່ອງ ຕ້ອນ​ຮັບ​ບັນ​ດາ​ເລ​ຂາ​ທິ​ການ​ໃຫຍ່​​ ​ສະ​ພາ​ຕ່ຳ ໄທ, ສະ​ພາ​ຕ່ຳ ອິນ​ໂດ​ເນ​ເຊຍ ແລະ ສະ​ພາ​ແຫ່ງ​ຊາດ ລາວ

(VOVWORLD) -  ຄາດວ່າ, ໃນເດືອນທັນວາ 2023, ກອງປະຊຸມສຸດຍອດສະພາແຫ່ງຊາດ 3 ປະເທດ ຫວຽດນາມ, ລາວ, ກຳປູເຈຍ ຄັ້ງທຳອິດ ຈະໄດ້ດຳເນີນ ດ້ວຍການເຂົ້າຮ່ວມຂອງປະທານສະພາແຫ່ງຊາດ 3 ປະເທດ ຢູ່ນະຄອນຫຼວງ ວຽງຈັນ (ລາວ).
ເລ​ຂາ​ທິ​ການ​ໃຫຍ່ ສະ​ພາ​ແຫ່ງ​ຊາດ ບຸ່ຍ​ວັນ​ເກື​່ອງ ຕ້ອນ​ຮັບ​ບັນ​ດາ​ເລ​ຂາ​ທິ​ການ​ໃຫຍ່​​ ​ສະ​ພາ​ຕ່ຳ ໄທ, ສະ​ພາ​ຕ່ຳ ອິນ​ໂດ​ເນ​ເຊຍ ແລະ ສະ​ພາ​ແຫ່ງ​ຊາດ ລາວ - ảnh 1 ທ່ານເລຂາທິການສະພາໃຫຍ່ແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ບຸ່ຍວັນເກື່ອງ ພົບປະສອງຝ່າຍກັບບັນດາເລຂາທິການໃຫຍ່ສະພາແຫ່ງຊາດລາວ (ພາບ: VOV)

ຢູ່ນອກກອງປະຊຸມສະມັດຊາໃຫຍ່ ລັດຖະສະພາບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 44 (AIPA-44) ຖືກຈັດຂຶ້ນຢູ່ນະຄອນຫຼວງ ຈາກາຕາ, ອິນໂດເນເຊຍ ໃນຕອນບ່າຍວັນທີ 6 ສິງຫາ, ທ່ານເລຂາທິການສະພາໃຫຍ່ແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ບຸ່ຍວັນເກື່ອງ ໄດ້ມີການພົບປະສອງຝ່າຍກັບບັນດາເລຂາທິການໃຫຍ່ຂອງສະພາຕ່ຳ ໄທ, ສະພາຕ່ຳ ອິນໂດເນເຊຍ ແລະ ສະພາແຫ່ງຊາດລາວ.

ເລ​ຂາ​ທິ​ການ​ໃຫຍ່ ສະ​ພາ​ແຫ່ງ​ຊາດ ບຸ່ຍ​ວັນ​ເກື​່ອງ ຕ້ອນ​ຮັບ​ບັນ​ດາ​ເລ​ຂາ​ທິ​ການ​ໃຫຍ່​​ ​ສະ​ພາ​ຕ່ຳ ໄທ, ສະ​ພາ​ຕ່ຳ ອິນ​ໂດ​ເນ​ເຊຍ ແລະ ສະ​ພາ​ແຫ່ງ​ຊາດ ລາວ - ảnh 2ທ່ານເລຂາທິການສະພາໃຫຍ່ແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ບຸ່ຍວັນເກື່ອງ ພົບປະສອງຝ່າຍກັບບັນດາເລຂາທິການໃຫຍ່ຂອງສະພາຕ່ຳ ໄທ (ພາບ: VOV)

        ໃນບັນດາການພົບປະສອງຝ່າຍດັ່ງກ່າວ, ສອງຝ່າຍລ້ວນແຕ່ເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ແລກປ່ຽນບົດຮຽນປະສົບການເຄື່ອນໄຫວ, ເພີ່ມທະວີການພົວພັນຮ່ວມມືໃຫ້ແໜ້ນແຟ້ນກວ່າອີກໃນໄລຍະຈະມາເຖິງ, ປະກອບສ່ວນຊຸກຍູ້ການຮ່ວມມືລະຫວ່າງອົງການນິຕິບັນຍັດຂອງ ຫວຽດນາມ ກັບ 3 ປະເທດ ດັ່ງກ່າວ.

        ຄາດວ່າ, ໃນເດືອນທັນວາ 2023, ກອງປະຊຸມສຸດຍອດສະພາແຫ່ງຊາດ 3 ປະເທດ ຫວຽດນາມ, ລາວ, ກຳປູເຈຍ ຄັ້ງທຳອິດ ຈະໄດ້ດຳເນີນ ດ້ວຍການເຂົ້າຮ່ວມຂອງປະທານສະພາແຫ່ງຊາດ 3 ປະເທດ ຢູ່ນະຄອນຫຼວງ ວຽງຈັນ (ລາວ). ທ່ານເລຂາທິການໃຫຍ່ສະພາແຫ່ງຊາດ ບຸ່ຍວັນເກື່ອງ ແລະ ທ່ານນາງ ເລຂາທິການໃຫຍ່ສະພາແຫ່ງຊາດ ລາວ ປິ່ງຄຳ ລາຊະສິມມາ ໄດ້ເຫັນດີເປັນເອກະພາບ, ຕັ້ງໜ້າສົມທົບກັນຢ່າງແໜ້ນແຟ້ນ ເພື່ອກະກຽມຈັດກອງປະຊຸມດັ່ງກ່າວ.

ເລຕວຽດ

ຕອບກັບ

ຂ່າວ/ບົດ​ອື່ນ