ເລຂາທິການໃຫຍ່,ປະທານປະເທດລາວໃຫ້ກຽດຕ້ອນຮັບທ່ານຮອງປະທານສະພາແຫ່ງຊາດຫວຽດນາມ

ເລຂາທິການໃຫຍ່,ປະທານປະເທດລາວໃຫ້ກຽດຕ້ອນຮັບທ່ານຮອງປະທານສະພາແຫ່ງຊາດຫວຽດນາມ - ảnh 1
(ທ່ານ​ເລ​ຂາ​ທິ​ການ​ໃຫຍ່,ປະ​ທານ​ປະ​ເທດ​ລາວ​
​ຕ້ອນ​ຮັບຮອງ​ປະ​ທານ​​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ)

(vovworld)- ເນື່ອງ​ໃນ​ໂອ​ກາດ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ພົບ​ປະ​ ລະ​ຫວ່າງ ການ​ນຳ AIPA-ASEAN, ໃນ​ຂອບ​ເຂດກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ ຄັ້ງ​ທີ 28 ແລະ ບັນ​ດາ​ກອງ​ປະ​ຊຸມ​ຂັ້ນ​ສູງ​ທີ່​ກ່ຽວ​ຂ້ອງ ຊຶ່ງ​ດຳ​ເນີນ ຢູ່ ສ​ປ​ປ ລາວ, ໃນຕອນ​ບ່າຍ​ ວັນ​ທີ 7/9, ຄະ​ນະ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ໂດຍ ​ທ່ານ ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ​ນຳ​ໜ້າ​ໄດ້ເຂົ້າ​ຢ້ຽມ​ຂ່ຳ​ນັບ ທ່ານ ບຸນ​ຍັງ ວໍ​ລະ​ຈິດ, ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ສ​ປ​ປ ລາວ. ທີ່​ການ​ຕ້ອນ​ຮັບ, ທ່ານ ບຸນ​ຍັງ ວໍ​ລະ​ຈິດ ປາດ​ຖະ​ໜາ​ວ່າ​: ໃນ​ໄລ​ຍະ​ຈະ​ມາ​ເຖິງ, ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ຂອງ​ສອງ​ຝ່າຍຄວນ​ເພີ່ມ​ທະ​ວີ​ການ​ແລ​ກ​ປ່ຽນ​ບົດ​ຮຽນ​ໃຫ້​ແກ່​ກັນ, ປະ​ກອບ​ສ່ວນ​ປະ​ຕິ​ບັດ​ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດຢ່າງ​ມີ​ໄຊ, ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດຢ່າງ​ແທດ​ຈິງ, ຄວາມ​ອີ່ມ​ໜ້​ສຳ​ລ​ານຢູ່​ເຢັນ​ເປັນ​ສຸກ ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ປະ​ເທດ. ສ່ວນ ທ່ານ ໂດ້​ບ໋າ​ຕີ້ ຢືນ​ຢັນ​ວ່າ: ປະ​ຊາ​ຊົນ​ຫວຽດ​ນາມ ມີ​ຄວາມ​ສາ​ມັກ​ຄີ, ຮຽງ​ບ່າ​ຮຽງ​ໄຫຼ່​ກັບ​ລາວ ສືບ​ຕໍ່​ເພີ່ມ​ພູນ​ຄູນ​ສ້າງ ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ​ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບ​ດ້ານ ລະ​ຫວ່າງ ສອງ​ປະ​ເທດ ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ​​ຢ່າງ​ເລິກ​ເຊິ່ງກວ້າງ​ຂ​ວາງ.

ຂ່າວ/ບົດ​ອື່ນ