ເລຂາທິການໃຫຍ່ສປຊຢ້ຽມຢາມລີບີໂດຍບັງເອີນ

ເລຂາທິການໃຫຍ່ສປຊຢ້ຽມຢາມລີບີໂດຍບັງເອີນ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫ​ຍ່ ສ​ປ​ຊ Ban ki – moon
(ພາບ: Reuters)

(vovworld) – ວັນ​ທີ 11/10, ທ່ານ​ເລ​ຂາ​ທິ​ການ​ໃຫ​ຍ່ ສ​ປ​ຊ Ban ki – moon ໄດ້​ຢ້ຽມ​ຢາມ​ນະ​ຄອນຫຼວງ Tripoli ຂອງ ລີ​ບີ ໂດຍ​ບັງ​ເອີນ, ເພື່ອ​ແນ​ໃສ່​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ປະ​ທະ​ກັນ​ໂອ້​ລົມ​ສົນ​ທະ​ນາ​ເພື່ອ​ຢຸດ​ຕິ​ວິ​ກິດ​ການ​ການ​ເມືອງ​ຢູ່​ປະ​ເທດ ອາບ​ຟ​ຣີ​ກາ ເໜືອ​ນີ້. ການ​ຢ້ຽມ​ຢາມນີ້ ຖືກ​ດຳ​ເນີນ​ໄປ​ພາຍຫຼັງ​ລັດ​ຖະ​ບານ​ໃກ້​ຈະ​ສິ້ນ​ສຸດ​ອາ​ຍຸ​ການ​ຂອງ ລີ​ບີ ພວມ​ຢູ່ Tobruk, ພາກ​ຕາ​ເວັນ​ອອກ​ປະ​ເທດນີ້, ຍອມ​ຮັບ​ໄດ້​ເຮັດ​ເສຍ​ສິດ​ຄວບ​ຄຸມ​ນະ​ຄອນຫຼວງ​ເຂົ້າ​ກຳ​ມື​ຂອງ​​ກຸ່​ມທະ​ຫານ​ກະ​ບົດ​ປະ​ກອບ​ອາ​ວຸດ​ພຽງ 2 – 3 ສັບ​ປະ​ດາ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ Ban ki – moon ໄດ້​ມີ​ການ​ພົບ​ປະ​ກັບ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ 12 ທ່ານ ແລະ ນັກການ​ເມືອງ​ 13 ຄົນ​ຢູ່ ລີ​ບີ. ທ່ານ​ຮຽກ​ຮ້ອງ​ໃຫ້​ທ​ຸກໆ​ກຸ່ມ​ປະ​ກອບ​ອາ​ວຸດ​ຢຸດ​ຍິງ​ໃນ​ທັນ​ທີ, ພ້ອມ​ທັງ​ເນັ້​ນ​ໜັກ​ບໍ່​ມີ​ມາດ​ຕະ​ການ​ອື່ນ​ເພື່ອ​ແກ້​ໄຂ​ວິ​ກິດ​ການ​ການ​ເມືອງ ນອກ​ຈາກ​ການ​ພົວ​ພັນ​ຕ່າງ​ປະ​ເທດ, ເນັ້ນ​ໜັກ​ວ່າ ລີບ​ີ ຕ້ອງ​ການ​ມີ​ສະ​ພາ​ແຫ່ງ​ຊາດ ແລະ ລັດ​ຖະ​ບານ​ຢ່າງ​ແຂງ​ແຮງ​ອາດ​ສາ​ມາດ​ຕາງ​ໜ້າ​ໃຫ້​ທ​ຸກໆ​ພັກ​ຝ່າຍ.



ຂ່າວ/ບົດ​ອື່ນ