ເລຂາທິການໃຫຍ່ຫງວຽນຟູຈ້ອງຖະຫວາຍທູບທຽນອາໄລຫາປະທານໂຮ່ຈີມິນ

ເລຂາທິການໃຫຍ່ຫງວຽນຟູຈ້ອງຖະຫວາຍທູບທຽນອາໄລຫາປະທານໂຮ່ຈີມິນ - ảnh 1
ທ່ານ​ ຫງວຽນ​ຟູ​ຈ້ອງ ​ຖະຫວາຍ​ທູບ​ທຽນ​ອາ​ໄລຫາ ປະທານ​​ໂຮ່ຈີ​ມິນ
(ພາບ: TriDung/TTXVN)

(vovworld) – ​ ວັນ​ທີ 2/9, ທ່ານ​ເລຂາທິການ​​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ໄປຖະຫວາຍ​ທູບ​ທຽນ​ອາ​ໄລຫາ ປະທານ​​ໂຮ່ຈີ​ມິນ, ຢ້ຽມຢາມ​ບ່ອນຢູ່ ​ແລະ ​ເຮັດ​ວຽກ​ຂອງ​ປະທານ​ໂຮ່ຈີ​ມິນ​ໃນ​ເຂດປູຊະນີຍະຖານປະທານ ​ໂຮ່ຈີ​ມິນ, ຢູ່​ທຳນຽບປະທານ​ປະ​ເທດ. ​ເພື່ອ​ໂອ້ລົມ​ກັບ​ພະນັກງານ, ພາລະ​ກອນ​ເຂດ​ປູຊະນີຍະ​ຖານ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຢືນຢັນ​ວ່າ: ຄວາມ​ຮັບຜິດຊອບ​ຂອງ​ປະຊາຊົນ ຫວຽດນາມ ​ໃນ​ທຸກ​ວັນ​ນີ້ ​ແລະ ຄົນ​ລຸ້ນຫລັງ​ຕາມ​ຄຳສັ່ງ​ສອນ​ຂອງ​ປະທານ ​ໂຮ່ຈີ​ມິນ; ຕັດສິນ​ສ້າງສາ, ພັດທະນາ​ປະ​ເທດ​ຊາດ ​ເພື່ອ​ນຳ​ມາ​ເຊິ່ງ​ເອກະລາດ, ​ເສລີພາບ, ສິດ​ໄດ້​ມີ​ຊີວິດ​ມີ​ຄວາມຜາ​ສຸກ​ຂອງ​ປະຊາຊົນ. ທ່ານ​ເລຂາທິການ​ໃຫຍ່​ ກໍ​ຊີ້​ແຈ້ງວ່າ: ​ໃນ​ໄຕ​ມາດ 1 ປີ 2016​ ຈະດຳ​ເນີນ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດ ຫວຽດນາມ. ຄວາມ​ຮຽກຮ້ອງ​ຕ້ອງ​ການ​ອັນ​ໃຫຍ່​ຫລວງ​ທີ່ວາງອອກ​ໃນ​ປະຈຸ​ບັນ​ແມ່ນ ທຸກ​ຂັ້ນ, ທຸກຂະ​ແໜງ​ຊາບ​ຊຶມ​ແນວ​ຄິດ ​ໂຮ່ຈີ​ມິນ, ຮັກສາ​ອຸດົມ​ຄະຕິ​ເອກະລາດ, ​ເສລີພາບ ​ແລະ ລັດທິ​ສັງຄົມ; ພ້ອມ​ທັງ​ມີ​ຄວາມສະຫລາດ​ສ່ອງ​ໃສ​​ໃນ​ການເລືອກ​​ເຟັ້ນ, ​ເລືອກ​ຕັ້ງ​ບັນດາ​ຜູ້​ມີ​ຄຸນສົມບັດ, ມີ​ຄວາມ​ເກັ່ງ​ກາສາ​ມາດ, ​ເພື່ອ​ພັກ, ​ເພື່ອ​ປະຊາຊົນ, ​ເພື່ອ​ປະ​ເທດ, ​ເຂົ້າ​ບັນດາ​ອົງການ​ຊີ້​ນຳ​ນຳພາ​ຂອງ​ພັກ​ຢ່າງ​ແທ້​ຈິ​ງ.

        ​ແລະ​ໃນ​ວັນ​ດຽວ​ກັນ, ທ່ານ​ເລຂາ​ທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ມາ​ຢ້ຽມ​ຊົມງານ​ວາງສະ​ແດງ​ຜົນງານ​ເສດຖະກິດ - ສັງຄົມ ປີ 2015 ຢູ່​ສູນ​ຕະຫລາດນັດ​ວາງສະ​ແດງ ຫວຽດນາມ ດ້ວຍ​ຫົວ​ຂໍ້ “ປ່ຽນ​ໃໝ່, ​ເຊື່ອມ​​ໂຍງ ​ແລະ ພັດທະນາ”, ງານ​ວາງສະ​ແດງ​ແນະນຳ, ​ເຊີດຊູ​ບັນດາ​ຜົນງານ​ເສດຖະກິດ - ສັງຄົມ, ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ​ແງ່​ຫວັງ​ຂອງ​ປະ​ເທດ​ຊາດ, ຢືນຢັນ​ບົດບາດ​ຊີ້ນ​ຳນຳພາ​ຂອງ​ພັກ​ກອມ​ມູນິດ ຫວຽດນາມ, ການຄຸ້ມ​ຄອງ​ຂອງ​ລັດ​ໃນ​ພາລະ​ກິດສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ພິ​ເສດ​ແມ່ນ​ໃນ​ໄລຍະ​ໃໝ່ ​ແລະ ​ເຊື່ອມ​ໂຍງ.

ຂ່າວ/ບົດ​ອື່ນ