ເລີ່ມດຳເນີນບັ້ນເຄື່ອນໄຫວຊາວໜຸ່ມອາສາສະໝັກລະດູຮ້ອນປີ2015

ເລີ່ມດຳເນີນບັ້ນເຄື່ອນໄຫວຊາວໜຸ່ມອາສາສະໝັກລະດູຮ້ອນປີ2015 - ảnh 1
(ພາບ​ປະ​ກອບ​ຈາກ Trần Thị Thanh Hiền/TTXVN)

(vovworld) - ສະ​ມາ​ຊິກ​ຊາວ​ໜຸ່ມ​ກ່​ວາ 5.000 ຄົນ​ຂອງ​ແຂວງ ທ໋າຍງວຽນ ເຂົ້າ​ຮ່ວມ​ພິ​ທີ​ເຄື່ອນ​ພົນ​ເລີ່ມ​​ດຳ​ເນີນບັ້ນເຄື່ອນ​ໄຫວ​ຊາວ​ໜຸ່ມ ອາ​ສາ​ສະ​ໝັກ​ລະ​ດູ​ຮ້ອນ​ປີ 2015 ດ້ວຍ​ຫົວ​ຂໍ້​ວ່າ “ກ້າວ​ເດີນ​ພາຍ​ໃຕ້​ຄັນ​ທຸງ​ຂອງ​ພັກ”, ດຳ​ເນີນ​ໄປ​ໃນ​ວັນ​ທີ 28/5, ຢູ່​ສະ​ໜາມ​ຫຼວງ ຫວໍ​ງວຽນ​ຢາບ. ນີ້​ແມ່ນ​ຄັ້ງ​ທີ 15 ການ​ເຄື່ອນ​ໄຫວ​ຊາວ​ໜຸ່ມ ອາ​ສາ​ສະ​ໝັກ​ລະ​ດູ​ຮ້ອນ​ໄດ້​ຮັບ​ການ​ຈັດ​ຕັ້ງ ແລະ ດຶງ​ດູດ​ຊາວ​ໜຸ່ມ​ເຂົ້າ​ຮ່ວມ​ເປັນ​ຈຳ​ນວນຫຼວງຫຼາຍ, ໃນ​ນັ້ນ​ເອົາ​ໃຈ​ໃສ່​ເຖິງ​ການ​ແຕ່ງຕັ້ງ​ບັນ​ດາ​​ຖັນ​ແຖວ​ຊາວ​ໜຸ່ມເຂົ້າ​ຮ່ວມ​ການ​ໜູ​ນ​ຊ່ວຍ​ຢູ່​ເຂ​ດ​ຫ່າງ​ໄກ​ຊອກຫຼີ​ກ, ທະ​ເລ, ໝູ່​ເກາະ. ກ່າວ​ຄຳ​ເຫັນ​ທີ່​​ພ​ິ​ທີ, ທ່ານ​ເລ​ຂາ​ສູນ​ກາງ​ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ ໂຮ່​ຈີ​ມິນ ຫງວຽນ​ຟີ​ລອງ, ໃຫ້​ຮູ້​ວ່າ:

        “ປີນີ້, ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ ໂຮ່​ຈີ​ມິນ ສືບ​ຕໍ່​ຍູ້​ແຮງ ແລະ ຜັນ​ຂະ​ຫຍາຍ​ຂະ​ບວນ​ການ​ຊາວ​ໜຸ່ມ​ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ເຮັດ​ແນວ​ໃດ​ສົບ​ທົບ​ກັບ​ຄະ​ນະ​ພັກ​ທຸກ​ຂັ້ນ, ອຳ​ນາດ​ການ​ປົກ​ຄອງ​ຜັນ​ຂ​ະ​ຫຍາຍ​ບົດ​ບາດ​ຂອງ​ຄະ​ນະ​ຊາວ​ໜຸ່ມ​ຢູ່​ບັນ​ດາ​ທ້ອງ​ຖິ່ນ. ສູນ​ກາງ​ຊາວ​ໜຸ່ມກໍ່​ຈັດ​ຕັ້ງ​ບັນ​ດາ​ຖັນ​ແຖວ​ນັກ​ປັນ​ຍາ​ຊົນ​ໜຸ່ມ​ລົງ​​ສູ່ບັນ​ດາ​ຕາ​ແສງ​ໜູນ​ຊ່ວຍ​ຊາວ​ໜຸ່ມ​ຢູ່​ທ້ອງ​ຖິ່ນ​ພັດ​ທະ​ນາ​ເສດ​ຖະ​ກິດ. ພ້ອມ​ກັນ​ນັ້ນ, ໜູນ​ຊ່ວຍ​ຊາວ​ໜຸ່ມ​ຢູ່​​ເຂດ​ໝູ່ເກາະ, ເຂົ້າ​ຮ່ວມ​ການກວດ, ປິ່ນ​ປົວ​ພະ​ຍາດ, ສະ​ໜອງ​ຢຸກ​ຢາ, ໜູນ​ຊ່ວຍ​ການກໍ່​ສ້າງ​ບັນ​ດາ​ກິດ​ຈະ​ກຳ, ບັນ​ດາ​ວຽກ​ງານ​ຂອງ​ຊາວ​ໜຸ່ມ​ໃນ​ເກາ​ະ.”


ຂ່າວ/ບົດ​ອື່ນ