ເລີ່ມປະຕິບັດ “ຖ້ຽວລົດລະດູບານໃໝ່” ສົ່ງນັກສຶກສາ, ຜູ້ອອກແຮງງານຢູ່ນະຄອນ ໂຮ່ຈີມິນ ກັບເມືອບ້ານຕ້ອນຮັບບຸນເຕັດ

(VOVWORLD) - ນີ້ແມ່ນລາຍການນອນໃນບັນດາການເຄື່ອນໄຫວເບິ່ງແຍງດູແລບຸນເຕັດໃຫ້ນັກຮຽນ, ນັກສຶກສາ ທີ່ປະສົບກັບຄວາມຫຍຸ້ງຍາກ ພວມຮ່ຳຮຽນຢູ່ບັນດາໂຮງຮຽນໃນບໍລິເວນນະຄອນ ໂຮ່ຈີມິນ.
ເລີ່ມປະຕິບັດ “ຖ້ຽວລົດລະດູບານໃໝ່” ສົ່ງນັກສຶກສາ, ຜູ້ອອກແຮງງານຢູ່ນະຄອນ ໂຮ່ຈີມິນ ກັບເມືອບ້ານຕ້ອນຮັບບຸນເຕັດ - ảnh 1ນັກສຶກສາ, ຜູ້ອອກແຮງງານທີປະສົບກັບຄວາມຫຍຸ້ງຍາກເລີ່ມເດີນທາງໃນ “ຖ້ຽວລົດລະດູບານໃໝ່”
(ພາບ: ຫວູເຮື່ອງ)

        ຕອນເຊົ້າວັນທີ 31 ມັງກອນ, ນັກສຶກສາ, ຜູ້ອອກແຮງງານທີປະສົບກັບຄວາມຫຍຸ້ງຍາກຢູ່ນະຄອນ ໂຮ່ຈີມິນ, ກວ່າ 1.500 ຄົນໄດ້ເລີ່ມເດີນທາງໃນ “ຖ້ຽວລົດລະດູບານໃໝ່” ກັບເມືອບັນດາແຂວງທາງພາກກາງ, ເຂດ ໄຕງວຽນ ເພື່ອຕ້ອນຮັບບຸນເຕັດ.

        ນີ້ແມ່ນລາຍການນອນໃນບັນດາການເຄື່ອນໄຫວເບິ່ງແຍງດູແລບຸນເຕັດໃຫ້ນັກຮຽນ, ນັກສຶກສາ ທີ່ປະສົບກັບຄວາມຫຍຸ້ງຍາກ ພວມຮ່ຳຮຽນຢູ່ບັນດາໂຮງຮຽນໃນບໍລິເວນນະຄອນ ໂຮ່ຈີມິນ. ໂດຍມີໜ້ານັບແຕ່ 5 ໂມງເຊົ້າ, ເພື່ອລໍຖ້າຖ້ຽວລົດເລີ່ມເດີນທາງຈາກນະຄອນ ໂຮ່ຈີມິນ ໄປເມືອງ ຢ້ຽນເຈົາ, ແຂວງ ເງະອານ, ນ້ອງ ງອັກຮືງ, ນັກສຶກສາປີທີ 1, ສະຖາບັນໄປສະນີໂທລະຄົມມະນາຄົມ, ແບ່ງປັນວ່າ:

        “ນ້ອງມີຄວາມປິຕິຊົມຊື່ນຫຼາຍ. ເມື່ອໄດ້ໄປຖ້ຽວລົດຄືແນວນີ້ກໍ່ແມ່ນການເຊື່ອມຕົວ. ນ້ອງລໍຖ້າໄດ້ກັບເມືອບ້ານເພື່ອພົບປະກັບອ້າຍເອື້ອຍນ້ອງໃນຄອບຄົວ”.

        ສ່ວນປ້າ ບຸຍທິເຕີມ, ບ້ານເກີດຢູ່ແຂວງ ບິ່ງດິ້ງ, ກໍ່ສະແດງຄວາມພາກພູມໃຈເມື່ອໄດ້ເລີ່ມການເດີນທາງກັບເມືອບ້ານຕ້ອນຮັບບຸນເຕັດ:

        “ຂ້າພະເຈົ້າຮູ້ສຶກປິຕິຊົມຊື່ນ ຍ້ອນມີຜູ້ກັບເມືອບ້ານເກີດເມືອງນອນຫຼາຍຄືແນວນີ້ ແລະ ດີໃຈທີ່ນັກອຸປະຖຳໄດ້ມອບບັດຊື້ເຄື່ອງ, ມອບຂອງຂວັນ, ຊ່ວຍໃຫ້ພວກຂ້າພະເຈົ້າຍາມທ້າຍປີມີເຂົ້າ, ເຄື່ອງເທດ”.

        ຖ້ຽວລົດລະດູບານໃໝ່ທ້າຍປີ 2024 ໄດ້ສົ່ງນັກສຶກສາ ແລະ ຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກປະມານ 2.200 ຄົນກັບເມືອບັນດາເຂດພາກກາງ ແລະ ໄຕງວຽນ ຕ້ອນຮັບບຸນເຕັດ.

ຕອບກັບ

ຂ່າວ/ບົດ​ອື່ນ