ເລີ່ມລົງມືກໍ່ສ້າງໂຄງການທາງນ້ຳໃຫຍ່ສຸດຢູ່ເຂດທົ່ງພຽງພາກເໜືອ

ເລີ່ມລົງມືກໍ່ສ້າງໂຄງການທາງນ້ຳໃຫຍ່ສຸດຢູ່ເຂດທົ່ງພຽງພາກເໜືອ - ảnh 1
ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ເຂົ້າຮ່ວມພິທີ
(ພາບ: mt.gov.vn)


(vovworld) –  ຕອນ​ເຊົ້າ​ວັນ​ທີ 23/2, ຢູ່​ເມືອງ ຫາຍ​ເຮົ້າ, ​ແຂວງ ນາມ​ດິ້ງ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຮ່ວາງ​ຈູງ​ຫາຍ ​ໄດ້​ເຂົ້າ​ຮ່ວມ​ພິທີ​ເລີ່​ມລົງມື​ກໍ່ສ້າ​ງກິດຈະກຳທາງ​ນ້ຳຜ່ານປາກ​ນ້ຳແລກ​ຢາງ, ຊິ່ງກິດຈະກຳ​ຄົມມະນາຄົມ​ທາງ​ນ້ຳ​ສຳຄັນ​ທີ່​ສຸດ​ຢູ່​ພາກ​ເໜືອ. ນີ້​​ແມ່ນ​ກິດຈະກຳ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ໃນ​ຂອບ​​ເຂດ 14 ​ແຂວງ, ນະຄອນ​ເຂດ​ທົ່ງພຽງ​ພາກ​ເໜືອດ້ວຍ​ຍອດ​ເງິນ​ລົງທຶນ​ກ່ວາ 200 ລ້ານ USD. ຈຸດ​ໝາຍຂອງ​ກິດຈະກຳ​ແມ່ນ​ບຸລິມະສິດ​ລົງທຶນ, ຍົກ​ລະດັບ​ບັນດາ​ເສັ້ນທາງ​ນ້ຳ​ຕົ້ນ​ຕໍ່, ບັນດາ​ທ່າ​ກຳ​ປັ່ນ​ຂຶ້ນ​ກັບ​ເຂດທົ່ງພຽງ​ພາກ​ເໜືອ, ປະກອບສ່ວນ​ພັດທະນາ​ເສດຖະກິດ, ສັງຄົມ​ໃນ​ເຂດ. ​ພາຍຫຼັງ​ໂຄງການ​ໄດ້​ປະຕິບັດ​ສຳ​ເລັດ​ຈະ​ສ້າງ​​ເປັນ​ປະຕູ​ເຊື່ອມ​ຕໍ່​ການຂົນ​ສົ່ງ​ທາງ​ນ້ຳ​​ລະຫວ່າງເຂດ​ທົ່ງພຽງ​ພາກ​ເໜືອ​ກັບ​ບັນດາ​​ເຂດ, ​​ແຄ້ວ​ນ​ໃນ​ທົ່ວ​ປະ​ເທດ.

ຂ່າວ/ບົດ​ອື່ນ