ເລີ່ມເຄື່ອນໄຫວສັບປະດາກອງປະຊຸມ ABAC III ຢູ່ ການາດາ

(VOVWORLD) - ວັນທີ 24 ກໍລະກົດ, ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມທາການໄດ້ເລີ່ມເຄື່ອນໄຫວດ້ວຍການເຂົ້າຮ່ວມຂອງສູນເຕັກໂນໂລຢີ
ເລີ່ມເຄື່ອນໄຫວສັບປະດາກອງປະຊຸມ ABAC III ຢູ່ ການາດາ - ảnh 1 ພາບປະກອບ

ກອງປະຊຸມສະພາທີ່ປຶກສາວິສາຫະກິດ APEC ຄັ້ງທີ 3 (ABAC III) ໄຂຂຶ້ນໃນຕອນເຊົ້າວັນທີ 25 ກໍລະກົດ, ຢູ່ນະຄອນ Toronto, ປະເທດ ການາດາ. ກ່ອນໜ້ານັ້ນ, ວັນທີ 24 ກໍລະກົດ, ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມທາການໄດ້ເລີ່ມເຄື່ອນໄຫວດ້ວຍການເຂົ້າຮ່ວມຂອງສູນເຕັກໂນໂລຢີ ແລະ ປະດິດຄິດສ້າງແຖວໜ້າບາງແຫ່ງຂອງປະເທດເຈົ້າພາບ. ບັນດາຜູ້ແທນທີ່ມາຈາກ 21 ພື້ນຖານເສດຖະກິດສະມາຊິກ APEC ໄດ້ໄປຢ້ຽມຢາມຮາກຖານປະກອບເຕັກນິກຂອງກຸ່ມບໍລິສັດຜະລິດເຮືອບິນ Bombardier ແລະ ເຂດເລີ່ມທຸລະກິດປະສົມ ແລະ ປະດິດຄິດສ້າງຕົວເມືອງ MaRS. ນີ້ແມ່ນ 2 ການເຄື່ອນໄຫວເປີດສາກໃຫ້ສັບປະດາກອງປະຊຸມ ABAC III ເຊິ່ງໄດ້ຮັບການຈັດຕັ້ງແຕ່ວັນທີ 24 -28 ກໍລະກົດ ເພື່ອແນໃສ່ຊຸກຍູ້ ແລະ ເຊື່ອມຕໍ່ເສດຖະກິດ, ການຄ້າຢູ່ພາກພື້ນ ອາຊີ - ປາຊີຟິກ.

ຕອບກັບ

ຂ່າວ/ບົດ​ອື່ນ