ເລື່ອງ​ຍົກ​ເລີກ​ຄຳ​ສັ່ງ​ຂວ້ຳ​ບາດ​ດ້ານ​ການ​ຄ້າ​ ເມື່ອປີ 1994 ແມ່ນ​ຂີດ​ໝາຍ​ປະ​ຫວັ​ດ​ສາດ​ໃນ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ອາ​ເມ​ລິ​ກາ

(VOVWORLD) - ນັບແຕ່ເວລາ ຍົກເລີກຄຳສັ່ງຂວ້ຳບາດທາງການຄ້າ ໃນປີ 1994 ແລະ ສອງປະເທດຫັນການພົວພັນເປັນປົກກະຕິໃນປີ 1995 ມາຮອດປັດຈຸບັນ, ວົງເງິນການຄ້າສອງສົ້ນບັນລຸ 139 ຕື້ USD ເພີ່ມຂຶ້ນທົບ 300 ເທົ່າເມື່ອທຽບໃສ່ກັບປີ 1995.
ເລື່ອງ​ຍົກ​ເລີກ​ຄຳ​ສັ່ງ​ຂວ້ຳ​ບາດ​ດ້ານ​ການ​ຄ້າ​ ເມື່ອປີ 1994 ແມ່ນ​ຂີດ​ໝາຍ​ປະ​ຫວັ​ດ​ສາດ​ໃນ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ອາ​ເມ​ລິ​ກາ - ảnh 1ທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Marc Knapper (ພາບ: VOV)

ວັນທີ 2 ກຸມພາ, ທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Marc Knapper ໃຫ້ຮູ້ວ່າ ເລື່ອງທ່ານປະທານາທິບໍດີ ອາເມລິກາ Bill Clinton ຖະແຫຼງຍົກເລີກຄຳສັ່ງຂວ້ຳບາດທາງການຄ້າກັບ ຫວຽດນາມ ໃນວັນທີ 3/2/1994 ແມ່ນຂີດໝາຍປະຫວັດສາດ. ທ່ານຕີລາຄາວ່າ ເຫດການນີ້ໄດ້ເປີດເສັ້ນທາງໃຫ້ແກ່ທຸກບາດກ້າວພັດທະນາໃຫ້ແກ່ການພົວພັນດ້ານເສດຖະກິດການຄ້າ ລະຫວ່າງ ຫວຽດນາມ - ອາເມລິກາ.. ນັບແຕ່ເວລາ ຍົກເລີກຄຳສັ່ງຂວ້ຳບາດທາງການຄ້າ ໃນປີ 1994 ແລະ ສອງປະເທດຫັນການພົວພັນເປັນປົກກະຕິໃນປີ 1995 ມາຮອດປັດຈຸບັນ, ວົງເງິນການຄ້າສອງສົ້ນບັນລຸ 139 ຕື້ USD ເພີ່ມຂຶ້ນທົບ 300 ເທົ່າເມື່ອທຽບໃສ່ກັບປີ 1995.

ປັດຈຸບັນ ຫວຽດນາມ ແມ່ນຄູ່ຮ່ວມມືທາງການຄ້າ ໃຫຍ່ອັນດັບທີ 8 ຂອງ ອາເມລິກາໃນທົ່ວໂລກ ແລະ ຄູ່ຮ່ວມມືທາງການຄ້າໃຫຍ່ທີ່ສຸດຂອງ ອາເມລິກາ ຢູ່ ອາຊຽນ. ໃນຂະນະທີ່, ອາເມລິກາ ແມ່ນຄູ່ຮ່ວມມືທາງການຄ້າໃຫຍ່ອັນດັບທີ 2 ແລະ ແມ່ນຕະຫຼາດສົ່ງອອກໃຫຍ່ທີ່ສຸດຂອງ ຫວຽດນາມ ໃນທົ່ວໂລກ. ພິເສດ, ອາເມລິກາ ມີຄວາມເຊື່ອໝັ້ນຕໍ່ລະດັບຄວາມສຳຄັນຂອງ ຫວຽດນາມ ໃນລະບົບສະໜອງທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ