ເລື່ອງລົງນາມໃນສັນຍາ EVFTA ແລະ IPA ແມ່ນເໝາະສົມກັບການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ- EU

(VOVWORLD) -ຕອນບ່າຍວັນທີ 30 ມິຖຸນາ, ຢູ່ຮ່າໂນ້ຍ, ໃນການປະຊຸມຂ່າວຂັ້ນລັດຖະມົນຕີກ່ຽວກັບສັນຍາການຄ້າເສລີ (EVFTA) ແລະ ສັນຍາອາລັກຂາການລົງທຶນ (IPA) ລະຫວ່າງຫວຽດນາມ ແລະ ສະຫະພາບເອີລົບ (EU) ຖືກດຳເນີນພາຍຫຼັງພິທີລົງນາມສັນຍາ EVFTA ແລະ IPA.
ເລື່ອງລົງນາມໃນສັນຍາ EVFTA ແລະ IPA ແມ່ນເໝາະສົມກັບການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ- EU - ảnh 1(ການປະຊຸມຂ່າວ ເລື່ອງລົງນາມໃນສັນຍາ EVFTA ແລະ IPA)

ທີ່ການປະຊຸມຂ່າວ, ເມື່ອຕອບສຳພາດຕໍ່ນັກຂ່າວ, ຕີລາຄາກ່ຽວກັບຄວາມໝາຍຂອງເລື່ອງລົງນາມໃນສັນຍາ EVFTA ແລະ IPA, ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ເຈິ່ນຕ໊ວນແອັງ ຢືນຢັນວ່າ, ນີ້ແມ່ນຂີດໝາຍສຳຄັນໃນການພົວພັນລະຫວ່າງຫວຽດນາມ ແລະ EU, ນຳການພົວພັນລະຫ່າງຫວຽດນາມ ແລະ EU ໃຫ້ຂຶ້ນສູ່ລະດັບສູງໃໝ່, ເໝາະສົມກັບລັກສະນະການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ຝ່າຍ. ສະເພາະຫວຽດນາມ, ທ່ານລັດຖະມົນຕີ ເຈິ່ນຕ໊ວນແອັງ, ຖືວ່າ.

        “ພ້ອມກັບບັນດາສັນຍາອື່ນໆເຊິ່ງພວກເຮົາໄດ້ມີຢູ່ແລ້ວໃນຂອບເຂດ 2 ຝ່າຍ ແລະ ຫຼາຍຝ່າຍ, EVFTA ແລະ IPA ຈະສືບຕໍ່ສ້າງບັນດາພື້ນຖານເພື່ອໃຫ້ຫວຽດນາມ ສືບຕໍ່ສ້າງ ແລະ ປະຕິບັດສຳເລັດບັນດາການກຳນົດທິດ ແລະ ຍຸດທະສາດໃນການຮ່ວມມືກັບອີຢູ, ກໍ່ຄືໃນການປະຕິບັດບັນດາຍຸດທະສາດຮ່ວມມືກັບ EU, ກໍ່ຄືໃນການປະຕິບັດບັນດາຍຸດທະສາດພັດທະນາແບບຍືນຍົງຂອງຫວຽດນາມ ໃນທຸກແງ່ມູມ, ໃນນັ້ນມີຍຸດທະສາດການສົ່ງອອກ - ນຳເຂົ້າແບບຍືນຍົງຂອງຫວຽດນາມ. ພິເສດ, ຜ່ານບັນດາການຕີລາຄາໃນເບື້ອງຕົ້ນ, ສະເພາະຂົງເຂດການຄ້າ, EVFTA ຈະນຳມາເຊິ່ງບັນດາການປະກອບສ່ວນອັນໃຫຍ່ຫຼວງ, ການເຕີບໂຕດ້ານການຄ້າຂອງຫວຽດນາມ ອາດຈະເພີ່ມຂຶ້ນເຖິງ 20% ນັບແຕ່ຕົ້ນປີທຳອິດ ແລະ ສືບຕໍ່ຢູ່ໃນຕົວເລກສູງກວ່າໃນຊຸມປີຕໍ່ໆໄປ”.

        ເຖິງຢ່າງໃດກໍ່ຕາມ, ທ່ານລັດຖະມົນຕີ ເຈິ່ນຕ໊ວນແອັງ ກໍ່ຖືວ່າ, ຫວຽດນາມ ດ້ວຍລະດັບວິຊາສະເພາະຕ່ຳກວ່າ, ວິສາຫະກິດ ແລະ ພື້ນຖານເສດຖະກິດມີຂອບຂະໜາດນ້ອຍກວ່າ ສະນັ້ນຈະວາງອອກສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກຫຼາຍຢ່າງໃນການໝູນໃຊ້ກາລະໂອກາດ.

        ສ່ວນທ່ານນາງ Cecilia Malmstrom, ຂ້າຫຼວງໃຫຍ່ການຄ້າສະຫະພາບເອີລົບ, ກໍ່ເນັ້ນໜັກວ່າ.

        “ສັນຍາດັ່ງກ່າວໄດ້ນຳມາໃຫ້ພວກເຮົາເຊິ່ງກາລະໂອກາດເພື່ອສືບຕໍ່ການພົວພັນຄູ່ຮ່ວມມືອັນຍາວນານ, ຊ່ວຍເປີດບັນດາກາລະໂອກາດທີ່ໃຫຍ່ຫຼວງໃຫ້ການຄ້າ 2 ຝ່າຍ. ບັນດາສັນຍາຈະຊຸກຍູ້ການພັດທະນາເສດຖະກິດໄປໄກກວ່າອີກ, ສ້າງເງື່ອນໄຂສະດວກກວ່າ, ດີກວ່າໃຫ້ແກ່ບັນດາວິສາຫະກິດ, ຮັບປະກັນວ່າ ບັນດາຮົ້ວກີດຂວາງໃນເມື່ອກ່ອນຈະຖືກລົບລ້າງ ແລະ ສ້າງສະພາບແວດລ້ອມທີ່ສະດວກກວ່າ”.

        ພາຍຫຼັງພິທີລົງນາມ, ສຳລັບຝ່າຍຫວຽດນາມ, ສັນຍາ EVFTA ແລະ IPA ຈະໄດ້ຍື່ນສະເໜີຕໍ່ສະພາແຫ່ງຊາດຫວຽດນາມ ພິຈາລະນາໃຫ້ສັດຕະຍາບັນ, ສ່ວນຝ່າຍ EU ຈະຍື່ນສະເໜີຕໍ່ລັດຖະສະພາເອີລົບ ເພື່ອຮັບຮອງເອົາ.

        ສັນຍາ EVFTA ແລະ IPA ແມ່ນພາກສ່ວນບໍ່ອາດຂາດໄດ້ໃນຂອບເຂດເຊິ່ງໄດ້ຮັບການສ້າງຕັ້ງຍ້ອນສັນຍາ PCA - ສັນຍາປັບປຸງການພົວພັນ 2 ຝ່າຍສັງລວມລະຫວ່າງຫວຽດນາມ ແລະ EU ໃນຫຼາຍຂົງເຂດແຕກຕ່າງກັນ, ລວມມີການຮ່ວມມືພັດທະນາ, ສັນຕິພາບ ແລະ ຄວາມໝັ້ນຄົງ, ການຄ້າ ແລະ ການລົງທຶນ, ການຮ່ວມມືດ້ານຍຸຕິທຳ, ບັນດາບັນຫາສັງຄົມ…

ຕອບກັບ

ຂ່າວ/ບົດ​ອື່ນ