ເວທີປາໄສ ຄົນຫວຽດ ທີ່ມີອິດທິພົນ ປີ 2024 - ໂອກາດຄົ້ນຫາຜູ້ທີ່ມີຄວາມເກັ່ງກ້າສາມາດ

(VOVWORLD) - ເວທີປາໄສໝັ້ນໝາຍຈະເປັນເຫດການສຳຄັນ, ສ້າງອິດທິພົນອັນດີ ຕໍ່ບັນດາ ຄົນຫວຽດ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ມີແນວຄິດ - ການລົງມືກະທຳເພື່ອ ຫວຽດນາມ ທີ່ຍິ່ງໃຫ່ຍເຂັ້ມແຂງ.
ເວທີປາໄສ ຄົນຫວຽດ ທີ່ມີອິດທິພົນ ປີ 2024 - ໂອກາດຄົ້ນຫາຜູ້ທີ່ມີຄວາມເກັ່ງກ້າສາມາດ - ảnh 1ສາດສະດາຈານ, ປະລິນຍາເອກ ຫວງຽນດຶ໋ກເຄືຶອງ, ປະທານ AVSE Global
(ພາບ:TTXVN/VGLF)

ເວທີປາໄສ ຄົນຫວຽດ ທີ່ມີອິດທິພົນ ປີ 2024 - ໂອກາດຄົ້ນຫາຜູ້ທີ່ມີຄວາມເກັ່ງກ້າສາມາດ (Vietnam Glabal Leaders Forum – VGLF 2024) ຈະຈັດຂື້ນໃນທ້າຍເດືອນນີ້, ທີ່ນະຄອນຫຼວງ ປາຣີ, ປະເທດ ຝຣັ່ງ, ຕາມຂໍ້ລິເລີ່ມຂອງ ອົງການວິທະຍາສາດ ແລະ ຊ່ຽວຊານ ຫວຽດນາມ ທົ່ວໂລກ (AVSE Global). ສາດສະດາຈານ, ປະລິນຍາເອກ (ສາດສະດາຈານ - ປອ) ຫວງຽນດຶ໋ກເຄືຶອງ, ປະທານ AVSE Global, ຢັ້ງຢືນວ່າ: ນີ້ເປັນການພິສູດໃຫ້ແກ່ຍຸດທະສາດ ກ່ຽວກັບຜູ້ທີ່ມີຄວາມເກັ່ງກ້າສາມາດ, ຄວາມໝາຍໝັ້ນ ແລະ ຄວາມເປັນເຈົ້າການຂອງຄົນ ຫວຽດນາມ ໃນການຊອກຫາ ແລະ ກຳແໜ້ນກາລະໂອກາດໃນການພັດທະນາ. ສາດສະດາຈານ - ປອ ຫວງຽນດຶ໋ກເຄືຶອງ ຫວັງວ່າ: ເວທີປາໄສດ້ວຍຊື່ວ່າ: “ຫວຽດນາມ - ບືນຕົວຂື້ນໃນສະພາບການຜັນພວນ”, ຈະເປັນການເຕົ້າໂຮມ ຄົນຫວຽດ ທີ່ມີອິດທິພົນ ເພື່ອພ້ອມກັນປະຕິບັດພາລະກຳຂອງ “ຜູ້ທີ່ຈະມາປ່ຽນແປງສະພາບການ” ໃຫ້ແກ່ປະເທດຊາດ. ເວທີປາໄສໝັ້ນໝາຍຈະເປັນເຫດການສຳຄັນ, ສ້າງອິດທິພົນອັນດີ ຕໍ່ບັນດາ ຄົນຫວຽດ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ມີແນວຄິດ - ການລົງມືກະທຳເພື່ອ ຫວຽດນາມ ທີ່ຍິ່ງໃຫ່ຍເຂັ້ມແຂງ.

ເວທີປາໄສ ຄົນຫວຽດ ທີ່ມີອິດທິພົນ ໄດ້ຈັດຂື້ນຄັ້ງທຳອິດໃນປີ 2019, ທີ່ປາຣີ, ດຶງດູດແຂກເຊີນຫຼາຍກ່ວາ 200 ທ່ານ, ຄະນະຜູ້ແທນ ຫວຽດນາມ ແລະ ສາກົນຫຼາຍກ່ວາ 20 ຄະນະເຂົ້າຮ່ວມ, ເປັນຂີດໝາຍແຫ່ງການສ້າງຕັ້ງເຄື່ອຂ່າຍຄົນຫວຽດ ຜູ້ທີ່ມີອິດທິພົນ (Vietnam Global Leaders Networks - VGLN).

ຕອບກັບ

ຂ່າວ/ບົດ​ອື່ນ