ເວທີປາໄສ ຫວຽດນາມ - ສ.ເກົາຫຼີ

(VOVWORLD) - ຫວຽດນາມ ສົ່ງເສີມໃຫ້ວິສາຫະກິດ ສ.ເກົາຫຼີ ລົງທຶນເຂົ້າ ຫວຽດນາມ ໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ຄື: ການປ່ຽນແປງໃໝ່ປະດິດຄິດສ້າງ, ການຫັນເປັນດີຈີຕອນ
ເວທີປາໄສ ຫວຽດນາມ - ສ.ເກົາຫຼີ - ảnh 1(ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ກ່າວຄຳເຫັນຕໍ່ໜ້າປະຊາຄົມວິສາຫະກິດຂອງ 2 ປະເທດ)

        ຕອນບ່າຍວັນທີ 23 ມິຖຸນາ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ ແລະ ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol ພ້ອມກັບຜູ້ແທນ 50 ທ່ານທີ່ຕາງໜ້າໃຫ້ບັນດາສະຫະສະມາຄົມ, ກຸ່ມບໍລິສັດ, ວິສາຫະກິດຂອງ 2 ປະເທດເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ສ.ເກົາຫຼີ.

        ກ່າວຄຳເຫັນຕໍ່ໜ້າປະຊາຄົມວິສາຫະກິດຂອງ 2 ປະເທດ, ທ່ານປະທານາທິບໍດີ Yoon Suk Yeol ເນັ້ນໜັກວ່າ, 2 ປະເທດຄວນຍົກສູງຄວາມສຳຄັນຂອງການພົວພັນ ຫວຽດນາມ - ສ.ເກົາຫຼີ ໃຫ້ຂຶ້ນສູ່ລະດັບສູງໃໝ່. ໃນນັ້ນ, ຕ້ອງຍົກສູງການເຄື່ອນໄຫວແລກປ່ຽນການຄ້າຫຼາຍກວ່າ, ປະກອບສ່ວນບັນລຸເປົ້າໝາຍນຳວົງເງິນການຄ້າ 2 ສົ້ນໃຫ້ຂຶ້ນ 150 ຕື້ USD ໃນປີ 2030. ທ່ານປະທານາທິບໍດີ ສ.ເກົາຫຼີ ຫວັງວ່າ, ວິສາຫະກິດຂອງ 2 ປະເທດຈະສືບຕໍ່ມີຫຼາຍໂຄງການຮ່ວມມືລະອຽດ, ແທດຈິງ, ບັນລຸປະສິດທິຜົນກວ່າເກົ່າ.

        ສ່ວນທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ຢືນຢັນວ່າ, ຫວຽດນາມ ສົ່ງເສີມໃຫ້ວິສາຫະກິດ ສ.ເກົາຫຼີ ລົງທຶນເຂົ້າ ຫວຽດນາມ ໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ຄື: ການປ່ຽນແປງໃໝ່ປະດິດຄິດສ້າງ, ການຫັນເປັນດີຈີຕອນ, ພະລັງງານສະອາດ, ເສດຖະກິດສີຂຽວ, ກະສິກຳເຕັກໂນໂລຊີສູງ… ພິເສດ, ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ, ບັນດາວິສາຫະກິດຂອງ ສ.ເກົາຫຼີ ເພີ່ມທະວີການລົງທຶນໃນບັນດາເຂດອຸດສາຫະກຳວັດທະນະທຳ, ອຸດສາຫະກຳບັນເທິງ. ນີ້ກໍ່ແມ່ນບັນດາຂົງເຂດທີ່ ສ.ເກົາຫຼີ ມີທ່າແຮງ ແລະ ການຮ່ວມມືດັ່ງກ່າວມີລັກສະນະເພີ່ມຕື່ມໃຫ້ແກ່ກັນ, ພ້ອມກັນພັດທະນາ.

        ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ໄດ້ເປັນປະທານການໂອ້ລົມສົນທະນາໂຕ້ມົນ, ແລກປ່ຽນບັນດາບັນຫາເພື່ອຊຸກຍູ້ການຮ່ວມມືດ້ານການຄ້າ, ການລົງທຶນໃນໄລຍະໃໝ່ ກັບການນຳບັນດາສະຫະສະມາຄົມວິສາຫະກິດ ແລະ ກຸ່ມບໍລິສັດແຖວໜ້າຂອງ ສ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ