ເວທີປາໄສຄົນພິການພາກພື້ນອາຊີ-ປາຊີຟິກ2014

ເວທີປາໄສຄົນພິການພາກພື້ນອາຊີ-ປາຊີຟິກ2014 - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ເວ​ທ​ີ​ປາ​ໄສ​ຄົນ​ພິ​ການພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ
(ພາບ: tgvn.com.vn)

(vovworld) - ໃນ​ຂອບ​ເຂດ​ເວ​ທີ​ປ​າ​ໄສ​ຄົນ​ພິ​ການ​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ, ຕອນ​ເຊົ້າ​ວັນ​ທີ 28/11, ຢູ່​ຮ່າ​ໂນ້ຍ ໄດ້​ດຳ​ເນີນ​ວາ​ລະ​ປະ​ຊ​ຸມ​ຄົບ​ຄະ​ນະ​ຄັ້ງ​ທີ 2 ດ້ວຍ​ຫົວ​ຂໍ້​ສົນ​ທິ​ສັນ​ຍາ​ສາ​ກົນ​ກ່ຽວ​ກັບ​ສິດ​ຂອງ​ຄົນ​ພິ​ການ ແລະ ຈຸດ​ໝາຍ​ພັດ​ທະ​ນາ​ຂອງ ສ​ປ​ຊ ຫຼັງ​ປີ 2015.

        ທີ່ກອງ​ປະ​ຊຸມ, ທ່ານ ຮ່າ​ດິ່ງ​ບົ໋ນ, ຫົວ​ໜ້າ​ກົມ​ກົດ​ໝາຍ, ກະ​ຊວງ​ແຮງ​ງານ  ທະ​ຫານເສຍ​ອົງ​ຄະ ແລະ ສັງ​ຄົມ ຊີ​້​ແຈ້ງ​​ເຖິງຄວາມ​ຈຳ​ເປັນ​ຂອງ​ເລື່ອງ​ໃຫ້​ສັດ​ຕະ​ຍາ​ບັນ​ສົນ​ທິ​ສັນ​ຍາ​ຂອງ​ຄົນ​ພິ​ການ. ນີ້​ແມ່ນ​ຄຳ​ໝັ້ນ​ສັນ​ຍາຢ​່າງ​ແຮງ​ຂອງ ຫວຽດ​ນາມ​ ໃນ​ການ​ປົກ​ປັກ​ຮັກ​ສາ ແລະ ຊຸກ​ຍູ້​ການ​ພັ​ດ​ທະ​ນາ​ເພື​່ອ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ຄົນ​ພິ​ການ. ​ທັງແມ່ນ​ໜຶ່ງ​ໃນ​ບັນ​ດາ​ພະ​ຍານພື້ນ​ຖານ​ນິ​ຕິ​ກຳ​ເພື​່ອ​ໃຫ້ ຫວຽດ​ນາມ ຢັ້ງ​ຢືນ​ທັດ​ສະ​ນະ​ຂອງ​ຕົນ​​ທີ່​ມີ​ຕໍ່​ໂລກ​ໃນ​ຂົງ​ເຂດ​ຄົນ​ພິ​ການ​ເວົ້າ​ສະ​ເພາະ ແລະ ສິດ​ທິ​ມະ​ນຸດ​ເວົ້າ​ລວມ, ​ເຊິ່ງລວ​ມ​ມີ​ສິດບໍ່​ຖືກ​ຈຳ​ແນກ​ການ​ປະ​ພຶດ​ຍ້​ອນ​ສາ​ຍ​ເຫດ​ເຂົາ​ເຈົ້າ​ແມ່ນ​ຄົນ​ພິ​ການ:

        “ສົນ​ທິ​ສັນ​ຍາ​ກ່ຽວ​ກັບ​ສິດ​ຂອງ​ຄົນ​ພິ​ການ​ໄດ້​ຢັ້ງ​ຢືນ​ບັນ​ດາ​ສິດ​ຂອງ​ຄົນ​ພິ​ການ​ໂດຍ​ພື້ນ​ຖານ, ຢ້ຳ​ຄືນ​ບັນ​ດາ​ສິ​ດ​​ຂອງ​ມະ​ນຸດ​ໃນ​ບັນ​ດາ​ເອ​ກະ​ສານ​ນິ​ຕິ​ກຳ​ສາ​ກົນ​ອື່ນ ທີ່​ໄດ້​ຢັ້ງ​ຢືນ​ໃນ​ສົນ​ທິ​ສັນ​ຍາ​ວ່າ​ດ້ວຍ​ສິດ​ຂອງ​ຄົນ​ພິ​ການ, ກໍ່​ໄດ້​ສະ​ແດງ​ໜ້າ​ທີ່ ແລະ ຄວາມ​ຮັບ​ຜິດ​ຊອບ ກ່ອນ​ອື່ນ​ໝົດ​ແມ່ນ​ໜ້າ​ທີ່ ແລະ ຄວາມ​ຮັບ​ຜິດ​ຊອບ​ຂອງ​ລັດ, ​ຂອງປະ​ຊາ​ຄົມ ແລະ ຄົນ​ພິ​ການ​​ເອງສຳ​ລັບ​ການ​ປົກ​ປ້ອງ​ສິດ​ຂອງຄົນ​ພິ​ການ. ເສີມ​ຂະ​ຫຍາຍ​ສິດ​ຂອງ​ຄົນ​ພິ​ການ​ໃຫ້ເໝາະ​ສົມ​ກັບ​ສົນ​ທິ​ສັນ​ຍາ​ສາ​ກົນ​​ກ່ຽວ​ກັ​ບສິດ​ຂອງ​ຄົນ​ພິ​ການ. ບັນ​ດາ​ມາດ​ຕາ​ພື້ນ​ຖານ​ຂອງ​ສົນ​ທິ​ສັນ​ຍາ​ແມ່ນ​ໄດ້​ນຳ​ເຂົ້າ​ກົດ​ໝາຍ ຫວຽດ​ນາມ.”



ຂ່າວ/ບົດ​ອື່ນ