ເວ​ທີ​ປາ​ໄສ​ຍຸດ​ທະ​ສາດ ອາ​ຊຽນ - ສ.ເກົາຫຼີ

(VOVWORLD) - ທ່ານຮອງລັດຖະມົນຕີ Chang Ho-jin ໄດ້ຢັ້ງຢືນວ່າ ສ.ເກົາຫຼີ ມີຄວາມຫວັງຢາກເພີ່ມທະວີ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືກັບ ອາຊຽນ ເລິກເຊິ່ງກ່ວາອີກ.
ເວ​ທີ​ປາ​ໄສ​ຍຸດ​ທະ​ສາດ ອາ​ຊຽນ - ສ.ເກົາຫຼີ - ảnh 1ທ່ານຮອງລັດຖະມົນຕີ ການຕ່າງປະເທດ ຫວຽດນາມ ໂດຮຸ່ງຫວຽດ ແລະ ທ່ານຮອງລັດຖະມົນຕີ Chang Ho-jin
(ພາບ: TTXVN)

ວັນທີ 1 ພະຈິກ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ສົມທົບກັບສະຖານທູດ ສ.ເກົາຫຼີ ປະຈຳ ຫວຽດນາມ ຈັດເວທີປາໄສຍຸດທະສາດ ອາຊຽນ - ສ.ເກົາຫຼີ ດ້ວຍຫົວຂໍ້ “ມຸ່ງໄປເຖິງການພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ອາຊຽນ - ສ.ເກົາຫຼີ ເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ວັດທະນາຖາວອນ”. ນີ້ແມ່ນຂໍ້ລິເລີ່ມໂດຍ ຫວຽດນາມ ສະເໜີ.

ກ່າວຄຳເຫັນທີ່ເຫດການ, ທ່ານຮອງລັດຖະມົນຕີ ການຕ່າງປະເທດ ຫວຽດນາມ ໂດຮຸ່ງຫວຽດ ໄດ້ຕີລາຄາວ່າ ອາຊຽນ ແລະ ສ.ເກົາຫຼີ ໄດ້ກາຍເປັນຄູ່ຮ່ວມມືຍຸດທະສາດທີ່ມີຄວາມໄວ້ເນື້ອເຊື່ອໃຈ ແລະ ແທດຈິງ. ສອງຝ່າຍໄດ້ຕັດສິນໃຈຍູ້ແຮງການພົວພັນຄູ່ຮ່ວມມືຍຸດທະສາດ ພັດທະນາ ຂະຫຍັນຂັນເຄື່ອນ, ແທດຈິງ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ. ທ່ານຮອງລັດຖະມົນຕີ ໂດຮຸ່ງຫວຽດ ຢັ້ງຢືນວ່າ ອາຊຽນສະແດງຄວາມຊົມເຊີຍຕໍ່ ຄວາມຫວັງຂອງ ສ.ເກົາຫຼີ ຢາກສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານ ລະຫວ່າງ ອາຊຽນ ແລະ ສ.ເກົາຫຼີ ແລະ ຜັນຂະຫຍາຍ ຂໍ້ລິເລີ່ມສາມັກຄີ ອາຊຽນ - ສ.ເກົາຫຼີ (KASI) ເພື່ອແນໃສ່ປະກອບສ່ວນໃຫ້ແກ່ຄວາມມານະພະຍາຍາມນີ້.

ສ່ວນຝ່າຍ ສ.ເກົາຫຼີ, ທ່ານຮອງລັດຖະມົນຕີ Chang Ho-jin ໄດ້ຢັ້ງຢືນວ່າ ສ.ເກົາຫຼີ ມີຄວາມຫວັງຢາກເພີ່ມທະວີ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືກັບ ອາຊຽນ ເລິກເຊິ່ງກ່ວາອີກ ຜ່ານການສົມທົບກັບສ.ເກົາຫຼີ ໃນການຜັນຂະຫຍາຍຂໍ້ລິເລີ່ມສາມັກຄີ ອາຊຽນ - ສ.ເກົາຫຼີ ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານ ລະຫວ່າງອາຊຽນ - ສ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ