ເວທີປາໄສຮັບຟັງສຽງເວົ້າຂອງຄົນພິການ

(VOVWORLD) - ຕາມທ່ານ ຫງວຽນວັນໂຮ່ຍ, ຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ, ຮອງປະທານຄະນະກຳມະການແຫ່ງຊາດ ກ່ຽວກັບຄົນພິການ ຫວຽດນາມ ແລ້ວ, ຈຳນວນຄົນພິການໃນປະຈຸບັນກວມເອົາກ່ວາ 7% ຈຳນວນປະຊາກອນໃນເກັນອາຍຸແຕ່ 2 ປີຂຶ້ນໄປຢູ່ ຫວຽດນາມ.
ເວທີປາໄສຮັບຟັງສຽງເວົ້າຂອງຄົນພິການ - ảnh 1(ພາບປະກອບຈາກ VOV)

ເພື່ອເປັນການເມື່ອມຸ່ງໄປເຖິງວັນສາກົນເພື່ອຄົນພິການ (3 ທັນວາ), ຕອນເຊົ້າວັນທີ 29 ພະຈິກ, ຢູ່ຮ່າໂນ້ຍ, ຄະນະກຳມະການແຫ່ງຊາດ ກ່ຽວກັບຄົນພິການ ຫວຽດນາມ ສົມທົບກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ສະຫະສະມາຄົມ Paralympic ຫວຽດນາມ ໄດ້ຈັດ “ເວທີປາໄສຮັບຟັງສຽງເວົ້າຂອງຄົນພິການ”.

        ຕາມທ່ານ ຫງວຽນວັນໂຮ່ຍ, ຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ, ຮອງປະທານຄະນະກຳມະການແຫ່ງຊາດ ກ່ຽວກັບຄົນພິການ ຫວຽດນາມ ແລ້ວ, ຈຳນວນຄົນພິການໃນປະຈຸບັນກວມເອົາກ່ວາ 7% ຈຳນວນປະຊາກອນໃນເກັນອາຍຸແຕ່ 2 ປີຂຶ້ນໄປຢູ່ ຫວຽດນາມ. ເຖິງວ່າ ຍາມໃດກໍ່ພະຍາຍາມບືນຕົວຂຶ້ນກໍ່ຕາມ, ແຕ່ຄົນພິການ ຫວຽດນາມ ສ່ວນຫຼາຍພວມດຳລົງຊີວິດຢູ່ເຂດຊົນນະບົດ, ເງື່ອນໄຂດຳລົງຊີວິດຍັງປະສົບກັບຄວາມຫຍຸ້ງຍາກ ຄວນໄດ້ຮັບການຊ່ວຍເຫຼືອຈາກລັດ ແລະ ວົງຄະນະຍາດ:

        “ປະຈຸບັນ, ຫວຽດນາມ ມີຄົນພິການປະມານ 7 ລ້ານຄົນ, ໃນນັ້ນມີຄົນພິການປະເພດໜັກ ແລະ ພິເສດ ກວມເອົາ 28,9% ແລະ ປະມານ 10% ແມ່ນຄົນພິການໃນບັນດາຄອບຄົວທຸກຍາກ. ຫວຽດນາມ ແມ່ນໜຶຶ່ງໃນບັນດາປະເທດມີອັດຕາຄົນພິການສູງ ເມື່ອທຽບໃສ່ຈຳນວນປະຊາກອນໃນພາກພື້ນ ອາຊີ - ປາຊີຟິກ. ຄົນພິການ ຫວຽດນາມ ສ່ວນຫຼາຍແມ່ນໄດ້ດຳລົງຊີວິດຢູ່ເຂດຊົນນະບົດ, ມີຊີວິດການເປັນຢູ່ປະສົບກັບຄວາມຫຍຸ້ງຍາກ”.

 

ຕອບກັບ

ຂ່າວ/ບົດ​ອື່ນ