ເວ​ທີ​ປາ​ໄສ​ເສດ​ຖະ​ກິດ ຮ່າ​ໂນ້ຍ​ຄັ້ງທີ 5

(VOVWORLD) -    ວັນທີ 29 ມີນາ, ສະຫະສະມາຄົມ ວິສາຫະກິດ ຂະໜາດກາງ ແລະ ຂະໜາດນ້ອຍ ນະຄອນຮ່າໂນ້ຍໄດ້ສົມທົບກັບສູນໜູນຊ່ວຍວິສາຫະກິດ ຂະໜາດກາງ ແລະ ຂະໜາດນ້ອຍ ນະຄອນຮ່າໂນ້ຍຈັດເວທີປາໄສເສດຖະກິດຮ່າໂນ້ຍຄັ້ງທີ 5.
ເວ​ທີ​ປາ​ໄສ​ເສດ​ຖະ​ກິດ ຮ່າ​ໂນ້ຍ​ຄັ້ງທີ 5 - ảnh 1ເວທີປາໄສເສດຖະກິດ ຮ່າໂນ້ຍຄັ້ງທີ 5 

ນີ້ແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດ ເຂົ້າຮ່ວມການພົບປະແລກປ່ຽນຊອກຮູ້ເຊິ່ງ ກັນ ແລະ ກັນ, ສຳຜັດບັນດານະໂຍບາຍຂອງສູນໝູນຊ່ວຍວິສາຫະກິດ ຂະໜາດກາງ ແລະ ຂະໜາດນ້ອຍ.

        ຕາມບັນດານັກຊ່ຽວຊານແລ້ວ, ບັນຫາສຳຄັນທີ່ສຸດແມ່ນກຳລັງຄວາມສາມາດໃນການສຳຜັດທຶນຂອງວິສາຫະກິດຄື: ສຳເນົາເອກະສານກູ້ຢືມທືນຂອງບັນດາວິສາຫະກິດຍັງບໍ່ທັນມີຄວາມເປັນໄປ, ກົງຈັກດ້ານບັນຊີ, ການກູ້ຢືມເງິນສິນເຊື່ອຍັງບໍ່ໄດ້ຮັບການບຳລຸງສ້າງຢ່າງລົງເລິກ. ບັນດາທະນາຄານຢູ່ນະຄອນຮ່າໂນ້ຍຄວນເຮັດວຽກຢ່າງລົງເລິກກ່ວາອີກກັບບັນດາວິສາຫະກິດເພື່ອແກ້ໄຂບັນດາຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ. ສິ່ງທີ່ສຳຄັນທີ່ສຸດສຳລັບບັນດາທະນາຄານໃນປັດຈຸບັນ ແມ່ນວິທີການດຳເນີນທຸລະກິດທີ່ເປັນໄປໄດ້ຂອງວິສາຫະກິດ, ສ້າງຄວາມໄວ້ເນື້ອເຊື່ອໃຈເພື່ອໃຫ້ທະນາຄານສະໜອງທຶນໃຫ້ແກ່ບັນດາວິສາຫະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ