ເວທີປາໄສເສດຖະກິດພາກກາງຄັ້ງທີ 2 ປີ 2017

(VOVWORLD) - ຕອນເຊົ້າວັນທີ 25 ກັນຍາ, ທີ່ນະຄອນ ດ່າໜັງ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີງເຫວ້ ເປັນປະທານເວທີປາໄສເສດຖະກິດພາກກາງປີ 2017 (ຄັ້ງທີ 2) ດ້ວຍຫົວຂໍ້ວ່າ “ເສັ້ນທາງພັດທະນາເສດຖະກິດພາກກາງແບບຍືນຍົງ”.
ເວທີປາໄສເສດຖະກິດພາກກາງຄັ້ງທີ 2 ປີ 2017 - ảnh 1 ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ 

ເວທີປາໄສໂດຍຄະນະກຳມະການປະຊາຊົນນະຄອນ ດ່າໜັງ, ຄະນະປະສານງານເຂດແຄມທະເລພາກກາງ ແລະ ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ສົມທົບກັນຈັດຕັ້ງຂຶ້ນ. ກ່າວຄຳເຫັນທີ່ເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ເນັ້ນໜັກວ່າ:
“ພວກເຮົາບໍ່ມີອຳນາດການປົກຄອງຂັ້ນເຂດ ແຕ່ມີການຮ່ວມສຳພັນເຂດ, ຮ່ວມສຳພັນລະຫວ່າງບັນດາທ້ອງຖິ່ນໃນເຂດ, ລະຫວ່າງເຂດນີ້ກັບເຂດອື່ນ ແມ່ນບັນຫາຕົ້ນຕໍ ແລະ ສຳຄັນທີ່ສຸດ. ທີ່ເວທີປາໄສນີ້ ບົນພື້ນຖານບົດຮຽນພັດທະນາຮູບການນີ້ ຄືແນວໃດ ເພື່ອຈະມີຂໍ້ສະເໜີຕໍ່ລັດຖະບານ.”
ເວທີປາໄສມີການເຂົ້າຮ່ວມຂອງການນຳ 10 ກະຊວງ, ຂະແໜງສູນກາງ, 10 ແຂວງແຄມທະເລພາກກາງ ແລະ ບັນດານັກຊ່ຽວຊານຄົ້ນຄວ້າເສດຖະກິດພາຍໃນປະເທດ ແລະ ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ