ເວທີປາໄສແຫ່ງຊາດປະຈຳປີ “ວັດທະນະທຳກັບວິສາຫະກິດ” ຈະຈັດຂຶ້ນໃນເດືອນ ພະຈິກ

(VOVWORLD) - ເວທີປາໄສແຫ່ງຊາດປະຈຳປີ “ວັດທະນະທຳກັບວິສາຫະກິດ” ຈະຈັດຂຶ້ນໃນວັນທີ 18 ພະຈິກ, ຢູ່ນະຄອນ ໂຮ່ຈີມິນ.
ເວທີປາໄສແຫ່ງຊາດປະຈຳປີ “ວັດທະນະທຳກັບວິສາຫະກິດ” ຈະຈັດຂຶ້ນໃນເດືອນ ພະຈິກ - ảnh 1(ເວທີປາໄສຈະຈັດຂຶ້ນໃນວັນທີ 18 ພະຈິກ)

ທີ່ກອງປະຊຸມຖະແຫຼງຂ່າວເຊິ່ງຈັດຂຶ້ນໃນວັນທີ 28 ກໍລະກົດ, ຢູ່ ຮ່າໂນ້ຍ, ຄະນະຈັດຕັ້ງໃຫ້ຮູ້ວ່າ ນີ້ແມ່ນການເຄື່ອນໄຫວປະຈຳປີ ໂດຍຄະນະໂຄສະນາສຶກສາສູນກາງ; ກະຊວງອຸດສາຫະກຳ ການຄ້າ; ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ; ຄະນະຈັດຕັ້ງບັ້ນເຄື່ອນໄຫວ “ສ້າງວັດທະນະທຳວິສາຫະກິດ ຫວຽດນາມ”; ສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ; ສູນກາງຄະນະຊາວໜຸ່ມກອມມູນິດ ຫວຽດນາມ ສົມທົບກັນຈັດຂຶ້ນ.

ບັນດາການເຄື່ອນໄຫວໃນເຫດການນີ້ ຈະປະກອບສ່ວນຊຸກຍູ້ການສ້າງວັດທະນະທຳວິສາຫະກິດ, ວັດທະນະທຳດຳເນີນທຸລະກິດໃນປະຊາຄົມວິສາຫະກິດ ຫວຽດນາມ ຢູ່ພາຍໃນ ແລະ ຕ່າງປະເທດ; ສ້າງຈຸດທີ່ເປັນເອກະລັກສະເພາະຂອງວັດທະນະທຳດຳເນີນທຸລະກິດ ຫວຽດນາມ ເທື່ອລະກ້າວ, ຕອບສະໜອງຄວາມຮຽກຮ້ອງພັດທະນາແບບຍືນຍົງ, ເຊື່ອມໂຍງເຂົ້າກັບສາກົນ. ໃນຂອບເຂດຂອງເວທີປາໄສ, ຈະຈັດການເຄື່ອນໄຫວຕົ້ນຕໍ 3 ຢ່າງ, ໃນນັ້ນຈຸດພົ້ນເດັ່ນແມ່ນກອງປະຊຸມສຳມະນາດ້ວຍຫົວຂໍ້ “ວັດທະນະທຳດຳເນີນທຸລະກິດ - ກະແສພັດທະນາ ແລະ ເຊື່ອມໂຍງ”.

ຕອບກັບ

ຂ່າວ/ບົດ​ອື່ນ