ເວທີປາໄສໂຄສະນາການຄ້າແລະການທ່ອງທ່ຽວຫວຽດນາມ-ອາບຟຣີກາໃຕ້

ເວທີປາໄສໂຄສະນາການຄ້າແລະການທ່ອງທ່ຽວຫວຽດນາມ-ອາບຟຣີກາໃຕ້ - ảnh 1
ຮອງ​ເຈົ້າ​ຄອງ​ນະ​ຄອນ Cape Town Neilson ກ່າວ​ຄຳ​ເຫັນ​ທີ່​ເວ​ທີ​ປາ​ໄສ
(ພາ​ບ: dangcongsan.vn)


(vovworld) - ຫ້ອງ​ການ​ການ​ຄ້າ​ອຸດ​ສາ​ຫະ​ກຳ​ນະ​ຄອນ Cape Town ຂອງ ອາບ​ຟ​ຣີ​ກາ ໃຕ້, ສະ​ຖານ​ທູ​ດ ຫວຽດ​ນາມ ປະ​ຈຳ ອາບ​ຟ​ຣີ​ກາ​ໃຕ້ ສົມ​ທົບ​ກັບ​ນະ​ຄອນ Cape Town, ອຳ​ນາດກ​ານ​ປົກ​ຄອງ​ແຂວງ Western Cape ແລະ ຄະ​ນະ​ວິ​ສາ​ຫະ​ກິດ​ນະ​ຄອນ ຮ່າ​ໂນ້ຍ ​ຫາກໍ່ຈັດ​ຕັ້ງ “ເວ​ທີ​ປາ​ໄສ​ໂຄ​ສະ​ນາ​ການ​ຄ້າ, ການ​ລົງ​ທຶນ ແລະ ການ​ທ່ອງ​ທ່ຽວ ຫວຽດ​ນາມ - ອາບ​ຟ​ຣີ​ກາໃຕ້”. ທີ່​ເວ​ທີ​ປາ​ໄສ, ບັນ​ດາ​ວິ​ສາ​ຫະ​ກິດຂອງ ຮ່າ​ໂນ້ຍ ແລະ Cape Town ດຳ​ເນີນ​ບັນ​ດາ​ການ​ເຄື່ອນ​ໄຫວ​ເຊື່ອມ​ຕໍ່​ວິ​ສາ​ຫະ​ກິດ, ແນະ​ນຳ​ບັນ​ດາ​ຜະ​ລິດ​ຕະ​ພັນ ແລະ ຄວາມ​ສາ​ມາດ​​ຂອງ​ຕົນຢ່າງ​ລະ​ອຽດ, ໃນ​ນັ້ນ​ຊອກ​ຮູ້​ລະ​ອຽດ​ກ່ຽວ​ກັບ​ມາດ​ຖານ​ຮັບ​ປະ​ກັນຫຼັກ​ອະ​ນາ​ໄມ, ຄວາມ​ປອດ​ໄພ​ຂອງ​ສິນ​ຄ້າ​ແຕ່​ລະ​ປະ​ເພດ, ເງື່ອນ​ໄຂ​ສົ່ງ​ອອກ - ນຳ​ເຂົ້າ ແລະ ລະ​ບຽບ​ການ​ພາ​ສີ​ຂອງ​ແຕ່​ລະ​ປະ​ເທດ… ມຸ່ງ​ໄປ​ເຖິງ​​ການ​ເຊັນ​​ສັນ​ຍາ​ລະ​ອຽດ. ບັນ​ດາ​ວິ​ສາ​ຫະ​ກິດ ອາບ​ຟ​ຣີ​ກາ​ໃຕ້ ເອົາ​ໃຈ​ໃສ່, ຊົມ​ເຊີຍ​ຄຸນ​ນະ​ພາບ​ບັນ​ດາ​ສິນ​ຄ້າ​ທີ່​ໄດ້​ນຳ​ມ​າ​ວາງ​ສະ​ແດງ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ທີ່​ເວ​ທີ​ປາ​ໄສ, ຮອງ​ເຈົ້າ​ຄອງ​ນະ​ຄອນ Cape Town Neilson ຊົມ​ເຊີຍ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ອາບ​ຟ​ຣີ​ກາໃຕ້ ແລະ ຄະ​ນະ​ຜູ້​ແທນ​ວິ​ສາ​ຫະ​ກິດນະ​ຄອນ ຮ່າ​ໂນ້ຍ ໄດ້​ໄປຍັງ Cape Town ຈັດ​ຕັ້ງ​ເວ​ທີ​ປາ​ໄສ​ໂຄ​ສະ​ນາ​ໃນ​ສະ​ພາບ​ນະ​ຄອນ Cape Town ແລະ ນະ​ຄອນ ຮ່າ​ໂນ້ຍ ຈະ​ເຊັນ​ຂໍ​້​ຕົກ​ລົງ​ຮ່ວມ​ມື​ແຮກ​ສ່ຽວ​ລະ​ຫວ່າງ 2 ນະ​ຄອນ. ທ່ານ​ໄດ້​ຍ້ອງ​ຍໍ​ຊົມ​ເຊີຍ​ບັນ​ດາ​ຜົນ​ງານ​ໃນ​ການ​ປ່ຽ​ນ​ໃໝ່​ຂອງ ຫວຽດ​ນາມ ເວົ້າ​ລວມ ແລະ ນະ​ຄອນ ຮ່າ​ໂນ້ຍ ເວົ້າ​ສະ​ເພາະ, ຢັ້ງ​ຢືນ Cape Town ປາດ​ຖະ​ໜາ​ຢາກ​ຮ່ວມ​ມື​ກັບ ຮ່າ​ໂນ້ຍ ໃນ​ຂົງ​ເຂດ​ວາງ​ແຜນ​ຜັງ​ຄຸ້ມ​ຄອງ​ຕົວ​ເມືອງ, ພັດ​ທະ​ນາ​ເສດ​ຖະ​ກິດ, ເປີດ​ກ້​ວາງ​ຕະຫຼາດ, ໂຄ​ສະ​ນາ​ຊຸກ​ຍູ້​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ.

ຂ່າວ/ບົດ​ອື່ນ