ເວ​ທີ​ປ​າ​ໄສ​​ໂອ້​ລົມ​ສົນ​ທະ​ນາ​ກັບ​ສະ​ມາ​ຊິກ​ຊາວ​ໜຸ່ມ, ໄວ​ໜຸ່ມກະ​ຊວງ​ກະ​ສິກ​ຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ

(VOVWORLD) -ການນຳກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ຈັດການໂອ້ລົມສົນທະນາກັບນັກສຶກສາ 200 ຄົນ ເຊິ່ງເປັນຜູ້ຕາງໜ້າໃຫ້ສະມາຊິກຊາວໜຸ່ມ, ໄວໜຸ່ມກວ່າ 5.000 ຄົນ ຂອງກະຊວງກະສິກຳ ແລະ ພັດທະນາຊົນນະບົດ ເພື່ອແນໃສ່ສ້າງກຳລັງໜູນໃຫ້ແກ່ບັນດາສະມາຊິກຊາວໜຸ່ມໄວໜຸ່ມຕັ້ງໜ້າປະກອບສ່ວນເຂົ້າໃນພາລະກິດພັດທະນາກະສິກຳ, ຊົນນະບົດ.
ເວ​ທີ​ປ​າ​ໄສ​​ໂອ້​ລົມ​ສົນ​ທະ​ນາ​ກັບ​ສະ​ມາ​ຊິກ​ຊາວ​ໜຸ່ມ, ໄວ​ໜຸ່ມກະ​ຊວງ​ກະ​ສິກ​ຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ - ảnh 1ເວທີປາໄສໂອ້ລົມສົນທະນາກັບສະມາຊິກຊາວໜຸ່ມ, ໄວໜຸ່ມກະຊວງກະສິກຳ ແລະ ພັດທະນາຊົນນະບົດ (ພາບ: VOV)

ຕອນບ່າຍວັນທີ 2 ສິງຫາ ຢູ່ຮ່າໂນ້ຍ,  ການນຳກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ຈັດການໂອ້ລົມສົນທະນາກັບນັກສຶກສາ 200 ຄົນ ເຊິ່ງເປັນຜູ້ຕາງໜ້າໃຫ້ສະມາຊິກຊາວໜຸ່ມ, ໄວໜຸ່ມກວ່າ 5.000 ຄົນ ຂອງກະຊວງກະສິກຳ ແລະ ພັດທະນາຊົນນະບົດ ເພື່ອແນໃສ່ສ້າງກຳລັງໜູນໃຫ້ແກ່ບັນດາສະມາຊິກຊາວໜຸ່ມໄວໜຸ່ມຕັ້ງໜ້າປະກອບສ່ວນເຂົ້າໃນພາລະກິດພັດທະນາກະສິກຳ, ຊົນນະບົດ. ນະທີ່ນີ້, ທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ເລມິງຮວານ ໃຫ້ຮູ້ວ່າ ເປົ້າໝາຍການສ້າງໂຄງປະກອບກະສິກຳ ເຊິ່ງກະຊວງກະສິກຳຄືນໃໝ່ ແລະ ພັດທະນາຊົນນະບົດພວມປະຕິບັດໄດ້ພິສູດໃຫ້ຊາວກະສິກອນເຫັນວ່າ ດ້ວຍເນື້ອທີ່ດິນທີ່ຄືກັນ, ຊາວກະສິກອນສາມາດສ້າງລາຍຮັບສູງກວ່າ ແລະ ໜ້າທີ່ຄວາມຮັບຜິດຊອບຂອງສະມາຊິກຊາວໜຸ່ມ, ໄວໜຸ່ມຂະແໜງກະສິກຳ ແມ່ນຊີ້ໃຫ້ຊາວກະສິກອນເຫັນໄດ້ສິ່ງເຫຼົ່ານັ້ນ, ພ້ອມທັງເສີມຂະຫຍາຍບົດບາດປະຈັນບານ, ຕະລຸມບອນ, ປະດິດຄິດສ້າງຂອງຊາວໜຸ່ມໃນການພັດທະນາກະສິກຳ ແລະ ເສດຖະກິດຢູ່ເຂດຊົນນະບົດໃຫ້ແຮງກວ່າອີກ.


ຕອບກັບ

ຂ່າວ/ບົດ​ອື່ນ