ເວເນຊູເອລາ ກ່າວຫາ ອາເມລິກາ ກີດຂວາງການເຈລະຈາກັບຝ່າຍຄ້ານ

(VOVWORLD) - ວັນທີ 09 ກຸມພາ, ທ່ານນາງຮອງປະທານາທິບໍດີ ເວເນຊູເອລາ Delcy Rodriguez ຖືວ່າ:
ເວເນຊູເອລາ ກ່າວຫາ ອາເມລິກາ ກີດຂວາງການເຈລະຈາກັບຝ່າຍຄ້ານ - ảnh 1 ເວເນຊູເອລາ ກ່າວຫາ ອາເມລິກາ ກີດຂວາງການເຈລະຈາກັບຝ່າຍຄ້ານ (ພາບ: AFP/TTXVN)

ຍ້ອນແນວທາງຊີ້ນຳຂອງ ອາເມລິກາ ໄດ້ກີດຂວາງການເຈລະຈາລະຫວ່າງ ເວເນຊູເອລາ ແລະ ຝ່າຍຄ້ານ. ກ່າວຄຳເຫັນໃນການຕອບສຳພາດຕໍ່ໂທລະພາບ RT, ທ່ານນາງຮອງປະທານາທິບໍດີ Rodriguez ຊີ້ແຈ້ງວ່າ: “ຍ້ອນຄຳສັ່ງຂອງລັດຖະບານ (ປະທານາທິບໍດີ ອາເມລິກາ) Donald Trump ທີ່ວ່າ ຈະບໍ່ມີການເຈລະຈາ ຫາກມີພຽງແຕ່ສົງຄາມໄດ້ກີດຂວາງ (ການເຈລະຈາ)”, ພ້ອງທັງທ່ານນາງຖະແຫຼງວ່າ ເວເນຊູເອລາ ໄດ້ເຫັນດີຮັບຮອງການເຈລະຈາ ແລະ ຄັດຄ້ານສົງຄາມ. ທ່ານນາງ Rodriguez ໄດ້ກ່າວຫາ ວໍຊິງຕັນ ເດີນຕາມນະໂຍບາຍ “ປະຕິເສດການເມືອງ ແລະ ລະບົບແນວຄວາມຄິດ” ຂອງ ເວເນຊູເອລາ ຢ່າງສີ້ິ້ນເຊີງ ກໍຄືຮູບແບບລັດທິສັງຄົມ ໂບລີວີ.

ຕອບກັບ

ຂ່າວ/ບົດ​ອື່ນ