ເວເນຊູເອລາ ສືບຕໍ່ບັ້ນຮົບຄັດຄ້ານບັນດາມາດຕະການລົງໂທດຂອງ ອາເມລິກາ

(VOVWORLD) -  ວັນທີ 14 ກັນຍາ, ບັ້ນຂົນຂວາຍເກັບເອົາລາຍເຊັນຄັດຄ້ານບັນດາມາດຕະການຄວບຄຸມເສດຖະກິດ ເຊິ່ງ ລັດຖະບານ ອາເມລິກາ ຈັດວາງເພື່ອຕ້ານຄືນ ເວເນຊູເອລາ ແມ່ນສືບຕໍ່ໄດ້ຜັນຂະຫຍາຍຢູ່ຫຼາຍທ້ອງຖິ່ນຂອງປະເທດ ອາເມລິກາໃຕ້ ນີ້. 
ເວເນຊູເອລາ ສືບຕໍ່ບັ້ນຮົບຄັດຄ້ານບັນດາມາດຕະການລົງໂທດຂອງ ອາເມລິກາ - ảnh 1ບັ້ນຂົນຂວາຍເກັບເອົາລາຍເຊັນຄັດຄ້ານບັນດາມາດຕະການຄວບຄຸມເສດຖະກິດ ເຊິ່ງ ລັດຖະບານ ອາເມລິກາ ຈັດວາງເພື່ອຕ້ານຄືນ ເວເນຊູເອລາ ໄດ້ຜັນຂະຫຍາຍຢູ່ຫຼາຍທ້ອງຖິ່ນ 

ກ່າວຄໍາເຫັນຜ່ານບັນດາສື່ມວນຊົນແຫ່ງລັດ, ທ່ານປະທານາທິບໍດີ ເວເນຊູເອລາ Nicolas Maduro  ຢັ້ງຢືນວ່າ ທ້າຍອາທິດນີ້ ແມ່ນຈຸດເວລາທີ່ມີລັກສະນະຕັດສິນຊີ້ຂາດ ດ້ວຍຈໍານວນລາຍເຊັນເກັບມາໄດ້ອາດຈະແມ່ນ 13 ລ້ານ ລາຍເຊັນ, ຜ່ານນັ້ນ ຈະຍົກຈໍານວນຜູ້ສະໜັບສະໜູນເລື່ອງຄັດຄ້ານບັນດາມາດຕະການໄຮ້ເຫດຜົນ ຂອງ ວໍຊີງຕັນ ທີ່ຈັດວາງຕໍ່ ເວເນຊູເອລາ ໃຫ້ຫຼາຍຂຶ້ນ. ທ່ານປະທານາທິບໍດີ Nicolas Maduro   ກໍໃຫ້ຮູ້ວ່າ ທ່ານຮອງປະທານາທິບໍດີ Delcy Rodriguez ແລະ ທ່ານລັດຖະມົນຕີການຕ່າງປະເທດ  Jorge Arreaza Arreaza  ຈະເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ໃນວັນທີ 17 ກັນຍາ ຈະມາເຖິງ ເພື່ອຍື່ນສະເໜີຕໍ່ ທ່ານເລຂາທິການໃຫຍ່ ສປຊ Antonio Guterres ບັນດາເອກະສານກ່ຽວກັບສະພາບການຕົວຈິງຢູ່ ເວເນຊູເອລາ.


ຕອບກັບ

ຂ່າວ/ບົດ​ອື່ນ