ເສດ​ຖະ​ກິດ ຫວຽດ​ນາມ ສືບ​ຕໍ່​ມີ​ສະ​ຖຽນ​ລະ​ພາບ

(VOVWORLD) -ດັດຊະນີການຜະລິດທົ່ວຂະແໜງອຸດສາຫະກຳ 2 ເດືອນ ເພີ່ມຂຶ້ນເກືອບ 6%; ມີວິສາຫະກິດກວ່າ 41.000 ແຫ່ງ ໄດ້ຈົດທະບຽນສ້າງຕັ້ງໃໝ່ ແລະ ກັບຄືນສູ່ການເຄື່ອນໄຫວ; ເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ບັນລຸລະດັບສູງສຸດ ເມື່ອທຽບໃສ່ໄລຍະດຽວກັນຂອງ 5 ປີຜ່ານມາ; ຍອດວົງເງິນການນຳເຂົ້າ, ສົ່ງອອກ ຄາດວ່າບັນລຸເກືອບ 114 ຕື້ USD, ເພີ່ມຂຶ້ນເກືອບ 19%...
ເສດ​ຖະ​ກິດ ຫວຽດ​ນາມ ສືບ​ຕໍ່​ມີ​ສະ​ຖຽນ​ລະ​ພາບ - ảnh 1(ພາບປະກອບ: chinhphu.vn)

ກົມໃຫຍ່ສະຖິຕິ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ, ຫາກໍປະກາດບົດລາຍງານສະພາບການເສດຖະກິດເດືອນ ກຸມພາ ແລະ 2 ເດືອນຕົ້ນປີ 2024 ດ້ວຍຫຼາຍຂໍ້ມູນທີ່ໜ້າສົນໃຈ, ເຊັ່ນ: ດັດຊະນີການຜະລິດທົ່ວຂະແໜງອຸດສາຫະກຳ 2 ເດືອນ ເພີ່ມຂຶ້ນເກືອບ 6%; ມີວິສາຫະກິດກວ່າ 41.000 ແຫ່ງ ໄດ້ຈົດທະບຽນສ້າງຕັ້ງໃໝ່ ແລະ ກັບຄືນສູ່ການເຄື່ອນໄຫວ; ເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ບັນລຸລະດັບສູງສຸດ ເມື່ອທຽບໃສ່ໄລຍະດຽວກັນຂອງ 5 ປີຜ່ານມາ; ຍອດວົງເງິນການນຳເຂົ້າ, ສົ່ງອອກ ຄາດວ່າບັນລຸເກືອບ 114 ຕື້ USD, ເພີ່ມຂຶ້ນເກືອບ 19% ແລະ ໄພເງິນເຟີ້ ໄດ້ຮັບການແມ່ນຄວບຄຸມຢູ່ໃນລະດັບ 2,84%. ທ່ານນາງ ໂດ້ທິງອກ, ຮອງຫົວໜ້າກົມໃຫຍ່ສະຖິຕິ, ກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ:

        “ຂົງເຂດອຸດສາຫະກຳ ມີບາດກ້າວເຕີບໂຕຄືນໃໝ່, ພິເສດແມ່ນການເຄື່ອນໄຫວນຳເຂົ້າ - ສົ່ງອອກ ມີສັນຍານຟື້ນຟູຢ່າງແຮງ. ຜ່ານນັ້ນກໍສະແດງໃຫ້ເຫັນວ່າ ຄວາມຕ້ອງການຂອງຕະຫຼາດໂລກມີສັນຍານຟື້ນຟູ. ເມື່ອການສົ່ງອອກເພີ່ມຂຶ້ນສູງ, ສິນຄ້າ ຫວຽດນາມ ກໍມີການຈໍລະຈອນຢ່າງຕໍ່ເນື່ອງ, ສ້າງທ່ວງທ່າໃຫ້ແກ່ການຜະລິດພາຍໃນປະເທດພັດທະນາ ແລະ ປະກອບສ່ວນຊຸກຍູ້ການເຕີບໂຕຂອງທັງ 3 ຂົງເຂດເສດຖະກິດ ນັ້ນແມ່ນກະສິກຳ - ປ່າໄມ້ - ສິນໃນນ້ຳ, ອຸດສາຫະກຳກໍ່ສ້າງ ແລະ ການບໍລິການ. ນີ້ແມ່ນກຳລັງໜູນໃຫ້ແກ່ການເຕີບໂຕເສດຖະກິດຂອງ ຫວຽດນາມ ໃນປີນີ້”.

ຕອບກັບ

ຂ່າວ/ບົດ​ອື່ນ