ເຫດບຸກໂຈມຕີຢູ່ ມົດສະກູ: ບັນດາເປົ້າໝາຍຖືກຈັບຕົວຢູ່ Dagestan ສະໜອງເງິນ ແລະ ອາວຸດໃຫ້ບັນດາຜູ້ຕ້ອງສົງໄສ

(VOVWORLD) - ແລະກໍ່ໃນວັນທີ 1 ເມສາ, ກະຊວງພາຍໃນ ລັດເຊຍ ໄດ້ສ້າງສຳເລັດຮ່າງກົດໝາຍຮັດແໜ້ນການຄວບຄຸມໃນບັນຫາຊາວອົບພະຍົບ.
ເຫດບຸກໂຈມຕີຢູ່ ມົດສະກູ: ບັນດາເປົ້າໝາຍຖືກຈັບຕົວຢູ່ Dagestan ສະໜອງເງິນ ແລະ ອາວຸດໃຫ້ບັນດາຜູ້ຕ້ອງສົງໄສ - ảnh 1ໂຮງລະຄອນ Crocus City Hall ພາຍຫຼັງເຫດການ
(ພາບ:AFP/TTXVN)

ວັນທີ 1 ເມສາ, ອົງການປ້ອງກັນຄວາມສະຫງົບ ສະຫະພັນ ລັດເຊຍ (FSB) ໃຫ້ຮູ້ວ່າ: ບັນດາສະມາຊິກຂອງກຸ່ມກໍ່ການຮ້າຍເຊິ່ງລວມມີ ພົນລະເມືອງຕ່າງປະເທດ, ທີ່ກຳລັງປ້ອງກັນຄວາມສະຫງົບລັດເຊຍ ຫາກໍ່ຈັບຕົວໃນບັ້ນຮົບພິເສດຢູ່ປະເທດ ສປ Degestan ນັ້ນ, ໄດ້ສະໜອງເງິນ ແລະ ອາວຸດໃຫ້ພວກກໍ່ການຮ້າຍທີ່ປະຕິບັດການບຸກໂຈມຕີຢູ່ ໂຮງລະຄອນ Crocus City Hall ຢູ່ຊານນະຄອນຫຼວງ ມົດສະກູ ໃນຕອນຄ່ຳວັນທີ 22 ມີນາ ຜ່ານມາ. ພວກເຂົາກໍ່ພວມມີກົນອຸບາຍດຳເນີນການບຸກໂຈມຕີກໍ່ການຮ້າຍຢູ່ສະຖານທີ່ເຕົ້າໂຮມປະຊາຊົນເປັນຈຳນວນຫຼາຍຢູ່ Kaspiysk. ມາຮອດປະຈຸບັນ, 11 ຄົນທີ່ຖືກສົງໄສກ່ຽວຂ້ອງເຖິງການບຸກໂຈມຕີທີ່ຖືກຈັບຕົວແລ້ວນັ້ນມີ 4 ຄົນຖືກຕັດສິນໂທດກໍ່ການຮ້າຍ.

        ແລະກໍ່ໃນວັນທີ 1 ເມສາ, ກະຊວງພາຍໃນ ລັດເຊຍ ໄດ້ສ້າງສຳເລັດຮ່າງກົດໝາຍຮັດແໜ້ນການຄວບຄຸມໃນບັນຫາຊາວອົບພະຍົບ. ຮ່າງກົດໝາຍສະບັບນີ້ມີຊື່ວ່າ “ວ່າດ້ວຍເງື່ອນໄຂການເຂົ້າ, ອອກເມືອງ ຢູ່ ສະຫະພັນລັດເຊຍ ຂອງພົນລະເມືອງຕ່າງປະເທດ ແລະ ຜູ້ບໍ່ຖືສັນຊາດ, ກໍ່ຄືເງື່ອນໄຂພັກເຊົາ ແລະ ພັກເຊົາ ຊົ່ວຄາວໃນເຂດດິນແດນລັດເຊຍ”. ຮ່າງກົດໝາຍເປີດກ້ວາງພື້ນຖານດ້ານນິຕິກຳເພື່ອ “ນຳໃຊ້ບັນດາມາດຕະການ ແລະ ຍານພະຫະນະທີ່ທັນສະໄໝໃນການຄວບຄຸມການເຂົ້າ - ອອກເມືອງ ແລະ ພັກເຊົາ” ຂອງຊາວຕ່າງປະເທດຢູ່ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ