ເຫດບຸກໂຈມຕີຢູ່ ມົດສະກູ: ລັດເຊຍ ຈັບຕົວຜູ້ຖືກສົງໄສຕື່ມອີກ 3 ຄົນ

(VOVWORLD) - ຜູ້ຖືກສົງໄສ 2 ຄົນແມ່ນຊາວຕ່າງປະເທດ, 1 ຄົນມີສັນຊາດ ລັດເຊຍ.
ເຫດບຸກໂຈມຕີຢູ່ ມົດສະກູ: ລັດເຊຍ ຈັບຕົວຜູ້ຖືກສົງໄສຕື່ມອີກ 3 ຄົນ - ảnh 1ໂຮງລະຄອນ Crocus City Hall ພາບຫຼັງເຫດບຸກໂຈມຕີກໍ່ການຮ້າຍ
(ພາບ: AFP/TTXVN)

        ວັນທີ 04 ເມສາ, ອົງການຄວາມໝັ້ນຄົງສະຫະພັນ ລັດເຊຍ (FSB) ແຈ້ງໃຫ້ຊາບວ່າ, ໄດ້ຈັບຕົວ 3 ຄົນທີ່ຖືກສົງໄສວ່າໄດ້ໜູນຊ່ວຍປະຕິບັດແຜນການບຸກໂຈມຕີກໍ່ການຮ້າຍຢູ່ໂຮງລະຄອນ Crocus City Hall ຊານນະຄອນຫຼວງ ມົດສະກູ ເມື່ອເດືອນ ມີນາ, ອັນໄດ້ເຮັດໃຫ້ມີຜູ້ເສຍຊີວິດກວ່າ 140 ຄົນ.

        ຕາມ FSB ແລ້ວ, ຜູ້ຖືກສົງໄສ 3 ຄົນທີ່ຖືກຈັບຕົວຢູ່ ມົດສະກູ, ນະຄອນ Yekaterinburg, ຂຶ້ນກັບເຂດ Urals ແລະ ນະຄອນ Omsk ເຂດ Siberia ຍ້ອນສະໜອງດ້ານການເງິນ ແລະ ຮັບສະໝັກມືປືນປະຕິບັດເຫດບຸກໂຈມຕີ. ໃນນັ້ນ, ຜູ້ຖືກສົງໄສ 2 ຄົນແມ່ນຊາວຕ່າງປະເທດ, 1 ຄົນມີສັນຊາດ ລັດເຊຍ. ແຈ້ງການຂອງ FSB ຊີ້ແຈ້ງວ່າ, 2 ຄົນໃນຈຳນວນນີ້ຖືກຈັບຕົວຍ້ອນໄດ້ສົ່ງເງິນເພື່ອຊື້ປືນ ແລະ ບັນດາພາຫະນະທີ່ນຳໃຊ້ໃນເຫດບຸກໂຈມຕີ. ຜູ້ທີ 3 ແມ່ນເຂົ້າຮ່ວມການສະໝັກມືປືນໂດຍກົງ ແລະ ສະໜອງດ້ານການເງິນເພື່ອປະຕິບັດເຫດບຸກໂຈມຕີກໍ່ການຮ້າຍ.

ຕອບກັບ

ຂ່າວ/ບົດ​ອື່ນ