ເຫດວາງລະເບີດໃນ ຊາຍແດນ ຕວກກີ ແລະ ຊີຣີ

ເຫດວາງລະເບີດໃນ ຊາຍແດນ ຕວກກີ ແລະ ຊີຣີ - ảnh 1

ເຫດ​ວາງ​ລະ​ເບີດ​​ໃນຊາຍ​ແດນ ຕວກກີ ​ແລະ ຊີຣີ

(ພາບ: detroinews)

(vovworld) - ມີ​ຜູ້​ເສຍ​ຊີ​ວິດຢ່າງ​ໜ້ອຍ​ສຸດ​ແມ່ນ 43 ຄົນ ​ແລະ ຜູ້​ຮັບ​ບາດ​ເຈັບ​ກ່ວາ 100 ຄົນ​ໃນ​ບັນດາ​​ເຫດວາງລະ​ເບີດ​ຢ່າງ​ຕໍ່​ເນື່ອງ​ເມື່ອ​ວັນ​ທີ 11/5, ຢູ່​ນະຄອນ Reyhanli, ​ແຂວງ Hatay, ທາງ​ພາກ​ໃຕ້​ປະ​ເທດ ຕວກກີ, ​ໃກ້​ກັບ​ຊາຍ​ແດນ ຊີຣີ. ນີ້​ແມ່ນ​ເຫດການ​ວາງ​ລະ​ເບີດ​ນອງ​ເລືອດທີ່​ສຸດ​ໃນ 2 ປີຜ່ານມາ​ຢູ່​ຕວກກີ. ລັດຖະມົນຕີ​ກະຊວງ​ພາຍ​ໃນ​ຕວກກີ ທ່ານ Muammer Guler ​ໃຫ້​ຮູ້​ວ່າ: ບັນດາ​ການ​ລະ​ເບີດ​ໄດ້​ຖືກ​ຢືນຢັນວ່າ​ແມ່ນ​ລະ​ເບີດຈາກ​ລົດ​ໂອ​ໂຕ 2 ຄັນ​ທີ່​ບັນຈຸ​ລູກລະ​ເບີດ​. ​ແຫ​ລ່ງຂ່າວ​ໃນ​ເບື້ອງ​ຕົ້ນ​ໃຫ​້ຮູ້​ວ່າ: ​ໄດ້​ເກີດ​ເຫດວາງ​ລະ​ເບີດ​ 4 ຄັ້ງ​ຢູ່​ໃກ້​ກັບ​ຕຶກ​ອາຄານ​ອຳນາດ​ການ​ປົກຄອງ ​ແລະ ບັນດາ​​ໂຮງໄປ​ສະ​ນີຢູ່​ນະຄອນ Reyhanli. ພາຍຫຼັງ​ເຫດ​ວາງ​ລະ​ເບີດ, ປະຊາຊົນ​ທ້ອງ​ຖິ່ນ​ໄດ້ມີ​ການ​ປະ​ທະ​ກັນ​ກັບ​ຜູ້​ລີ້​ໄພ ຊີຣີ ​ເຮັດ​ໃຫ້​ຕຳຫຼວດ​ຕ້ອງ​ເຂົ້າ​ຮ່ວມ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຕວກກີ Ahmet Davutoglu ​ໄດ້​ກ່າວ​ປະມານ​ບັນດາ​ເຫດ​ວາງ​ລະ​ເບີດ, ຖື​ວ່າ​ນີ້​​ແມ່ນ​ການ​ກະທຳ “​ເກາະ​ຜິດ” ​ເພື່ອ​ແນ​ໃສ່​ທຳລາຍ​ສັນຕິພາບ​ຢູ່ ຕວກກີ. ຄວາມ​ເຄັ່ງ​ຕຶງ​ຢູ່​​ເຂດ​ນີ້​ໄດ້​ເລີ່​ມ​ເພີ່ມ​ຂຶ້ນ​ໃນ 2, 3 ອາທິດ​ຜ່ານ​ມາ ​ເມື່ອ​ເກີດ​ບັນດາ​ການ​ປະ​ທະ​ກັນ​ລະຫວ່າງ​ຜູ້​ລີ້​ໄພ ຊີຣີ ​ແລະ ບັນດາ​ຊາວ​ໜຸ່ມ ຕວກກີ. ຕວກກີ ພວມ​ປະ​ເຊີນ​ໜ້າ​ກັບ​ກະ​ແສ​ຝ້ອງຜູ້​ລີ້​ໄພນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຢູ່​ປະ​ເທດ​ບ້ານ​ໃກ້​ຄຽງ ຊີຣີ ​ເມື່ອ​ວິ​ກິດ​ການ​ແກ່ຍາວ​ກ່ວາ 2 ປີຜ່ານມາ​ຢູ່ ຊີຣີ ພວມ​ມີ​ການ​ຜັນ​​ແປ່​ທີ່​ໜັກໜ່ວງ.

ຂ່າວ/ບົດ​ອື່ນ