ເຫດແຜ່ນດິນໄຫວ, ຄື້ນຟອງຍັກຢູ່ ອິນໂດເນເຊຍ: ແຂ່ງຂັນກັບເວລາເພື່ອກູ້ເອົາຊີວິດປະຊາຊົນ

(VOVWORLD) - ໄລ່ມາຮອດຈຸດເວລານີ້ ມີປະຊາຊົນປະມານ 1.400 ຄົນຖືກເສຍຊີວິດຢູ່ບັນດາສະຖານທີ່ເກີດແຜ່ນດິນໄຫວຢູ່ປະເທດນີ້.

ເຫດແຜ່ນດິນໄຫວ, ຄື້ນຟອງຍັກຢູ່ ອິນໂດເນເຊຍ: ແຂ່ງຂັນກັບເວລາເພື່ອກູ້ເອົາຊີວິດປະຊາຊົນ - ảnh 1

ກຳລັງກ່ຽວຂ້ອງພວມກູ້ເອົາຊີວິດຂອງປະຊາຊົນຢ່າງຮີບດ່ວນ

ພາບປະກອບ

ໃນການປະຊຸມຂ່າວເມື່ອວັນທີ 3 ຕຸລາ, ທ່ານ Sutopo Purwo Nugroho, ໂຄສົກອົງການຫລຸດຜ່ອນໄພພິບັດແຫ່ງຊາດຂອງອິນໂດເນເຊຍ (BNPB) ໃຫ້ຮູ້ວ່າ: ໄລ່ມາຮອດຈຸດເວລານີ້ ມີປະຊາຊົນປະມານ 1.400 ຄົນຖືກເສຍຊີວິດຢູ່ບັນດາສະຖານທີ່ເກີດແຜ່ນດິນໄຫວຢູ່ປະເທດນີ້. ນອກຈາກນັ້ນ, ຍັງມີ 2.549 ຄົນຖືກຮັບບາດເຈັບໜັກພວມໄດ້ຮັບການປິ່ນປົວຢູ່ໂຮງໝໍ, 110 ຄົນຖືກຫາຍສາບສູນ ແລະ ມີເຮືອນຊານກ່ວາ 65.000 ຫຼັງຖືກເປ່ເພ. ອຳນາດການປົກຄອງ ອິນໂດເນເຊຍ ໄດ້ສ້າງຄ້າຍລີ້ໄພກ່ວາ 140 ແຫ່ງທີ່ສະຫງວນໃຫ້ປະຊາຊົນ 70.821 ຄົນພັກອາໄສ, ພ້ອມທັງຍູ້ໄວຄວາມຄືບໜ້າໃນການແກ້ໄຂບັນດາກໍລະນີດິນເຊາະເຈື່ອນ, ຂີ້ຕົມຖົມ, ການຄົມມະນາຄົມ… ປະຈຸບັນ, ລັດຖະບານຂອງປະເທດນີ້ໄດ້ຈັດສົ່ງພາລະກອນການທະຫານ ແລະ ຕຳຫຼວດລວມ 1.273 ຄົນໄປເຂົ້າຮ່ວມການເຄື່ອນໄຫວກູ້ໄພກູ້ຊີບ ຢູ່ Palu.

ຕອບກັບ

ຂ່າວ/ບົດ​ອື່ນ