ເຫດແຜ່ນດິນໄຫວ, ຄື້ນຟອງຍັກຢູ່ອິນໂດເນເຊຍ: ຄວາມມານະພະຍາຍາມຂອງມື້ສຸດທ້າຍໃນການຊອກຫາຜູ້ປະສົບເຄາະຮ້າຍ

(VOVWORLD) -ວັນທີ 11 ຕຸລາ, ກຳລັງກູ້ໄພກູ້ຊີບອິນໂດເນເຊຍ ພວມມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອຊອກຫາຮ່ອງຮອຍຂອງບັນດາຜູ້ປະສົບເຄາະຮ້າຍທີ່ຫາຍສາບສູນໃນເຫດແຜ່ນດິນໄຫວ, ຄື້ນຟອງຍັກຢູ່ແຂວງພາກກາງ Sulawesi, ເຊິ່ງເຮັດໃຫ້ 2.045 ຄົນເສຍຊີວິດ.
ເຫດແຜ່ນດິນໄຫວ, ຄື້ນຟອງຍັກຢູ່ອິນໂດເນເຊຍ: ຄວາມມານະພະຍາຍາມຂອງມື້ສຸດທ້າຍໃນການຊອກຫາຜູ້ປະສົບເຄາະຮ້າຍ - ảnh 1 (ເຫດແຜ່ນດິນໄຫວ, ຄື້ນຟອງຍັກຢູ່ອິນໂດເນເຊຍ)

ທ່ານ Bambang Suryo, ຫົວໜ້າກຳລັງກູ້ໄພກູ້ຊີບ ແລະ ຊອກຫາຂອງອິນໂດເນເຊຍ (SAR) ຢູ່ນະຄອນ Palu, ໃຫ້ຮູ້ວ່າ, ບັ້ນຊອກຫາຜູ້ຖືກເຄາະຮ້າຍຈະສິ້ນສຸດລົງໃນຕອນບ່າຍວັນທີ 11 ຕຸລາ (ຕາມເວລາທ້ອງຖິ່ນ), ເຖິງວ່າອາດຂະມີປະຊາຊົນ 5.000 ຄົນຍັງຖືກທັບຖົມຢູ່ເຂດເກີດເຫດກໍ່ຕາມ. ກ່ອນໜ້ານັ້ນ, ວົງການເຈົ້າໜ້າທີ່ອິນໂດເນເຊຍ ໄດ້ເວົ້າວ່າ, ວຽກງານກູ້ໄພກູ້ຊີບອາດຈະບໍ່ປະຕິບັດຢູ່ບັນດາເຂດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດນີ້ໄດ້, ດ້ວຍສາກສົບຖືກທັບຖົມນັບພັນສົບ ແລະ ບັນດາເຂດນີ້ຈະກາຍເປັນບ່ອນຝັງສົບລວມ.

        ໄລ່ຮອດຕອນບ່າຍວັນທີ 10 ຕຸລາ, ຈຳນວນຜູ້ເສຍຊີວິດຍ້ອນເຫດແຜ່ນດິນໄຫວ ແລະ ຄື້ນຟອງຍັກຢູ່ແຂວງພາກກາງ Sulawesi ໄດ້ຂຶ້ນເຖິງ 2.045 ຄົນ. ນອກນັ້ນ, ມີ 10.679 ຄົນໄດ້ຮັບບາດເຈັບ, ໃນນັ້ນມີ 2.500 ຄົນເຈັບໜັກ; ເຮືອນຊານກວ່າ 67.000 ຫຼັງຖືກພັງທະລາຍ; ມີປະຊາຊົນເກືອບ 83.000 ຄົນຕ້ອງຍົກຍ້າຍໄປຍ້ອນບໍ່ມີເຮືອນຢູ່.

ຕອບກັບ

ຂ່າວ/ບົດ​ອື່ນ