ເຫດແຜ່ນດິນໄຫວ ແລະ ຄື້ນຍັກຢູ່ ຍີ່ປຸ່ນ ເຮັດໃຫ້ມີຜູ້ເສຍຊີວິດກວ່າ 200 ຄົນ

(VOVWORLD) - ຄື່ນຍັກຍ້ອນເກີດແຜ່ນດິນໄຫວໄດ້ກໍ່ຄວາມເສຍຫາຍ ຢ່າງໜັກໜ່ວງຢູ່ທາງທິດຕາເວັນອອກພາກເໜືອເຂດເກາະ Noto, ໃນນັ້ນມີ Suzu ແລະ Noto ຢູ່ເຂດແຄມຝັ່ງທະເລ ຍີ່ປຸ່ນ, ໄດ້ທຳລາຍເຮືອນຊານ ແລະ ບັນດາທ່າກຳປັ່ນ.
ເຫດແຜ່ນດິນໄຫວ ແລະ ຄື້ນຍັກຢູ່ ຍີ່ປຸ່ນ ເຮັດໃຫ້ມີຜູ້ເສຍຊີວິດກວ່າ 200 ຄົນ - ảnh 1ເຫດແຜ່ນດິນໄຫວໄດ້ກໍ່ຄວາມເສຍຫາຍຢ່າງໜັກໜ່ວງ
(ພາບ: Kyodo/TTXVN)

 ວັນທີ 15 ມັງກອນ, ລັດຖະບານ ຍີ່ປຸ່ນ ໄດ້ຕີລາຄາເບື້ອງຕົ້ນຕໍ່ບັນດາຄວາມເສຍຫາຍຍ້ອນຜົນກະທົບ ຈາກເຫດແຜ່ນດິນໄຫວທີ່ມີຄວາມແຮງ 7,6 ຣິກເຕີ ທີ່ເກີດຂຶ້ນຢູ່ເກາະ Noto ແລະ ເຂດໃກ້ຄຽງຢູ່ທາງພາກກາງ ຍີ່ປຸ່ນ ໃນວັນທີ 01 ມັງກອນ. ບົດລາຍງານໃຫ້ຮູ້ວ່າ, ໄລ່ຮອດຕອນບ່າຍວັນທີ 15 ມັງກອນ, ພາຍຫຼັງເກີດໄພພິບັດເປັນເວລາ 2 ອາທິດ, ຈຳນວນຜູ້ເສຍຊີວິດຍ້ອນເຫດແຜ່ນດິນໄຫວ ໄດ້ຂຶ້ນເຖິງ 222 ຄົນ.

   ຄື່ນຍັກຍ້ອນເກີດແຜ່ນດິນໄຫວໄດ້ກໍ່ຄວາມເສຍຫາຍຢ່າງໜັກໜ່ວງຢູ່ທາງທິດຕາເວັນອອກພາກເໜືອເຂດເກາະ Noto, ໃນນັ້ນມີ Suzu ແລະ Noto ຢູ່ເຂດແຄມຝັ່ງທະເລ ຍີ່ປຸ່ນ, ໄດ້ທຳລາຍເຮືອນຊານ ແລະ ບັນດາທ່າກຳປັ່ນ. ປະຈຸບັນ, ຍັງບໍ່ທັນຕີລາຄາຄວາມເສຍຫາຍຍ້ອນແຜ່ນດິນໄຫວ, ຄື້ນຍັກກໍ່ຂຶ້ນໄດ້ຢ່າງຄົບຖ້ວນເທື່ອ.

 ແລະກໍ່ໃນວັນດຽວກັນ, ສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ໃຫ້ຮູ້ວ່າ, ພວມສົ່ງເສີມບັນດາ ຄວາມມານະພະຍາຍາມໜູນຊ່ວຍຜູ້ອອກແຮງງານ ຫວຽດນາມ ຢູ່ແຂວງ Ishikawa ໃຫ້ມີບ່ອນຢູ່ ແລະ ມີວຽກເຮັດງານທຳເປັນປົກກະຕິພາຍຫຼັງເຫດແຜ່ນດິນໄຫວດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ