ເຫດແຜ່ນດິນໄຫວຢູ່ ອາບການິດສະຖານ: ຜູ້ປະສົບເຄາະຮ້າຍສ່ວນຫຼາຍແມ່ນແມ່ຍິງ ແລະ ເດັກນ້ອຍ

(VOVWORLD) - ເຖິງວ່າກຸ່ມຮັບມືກັບສະພາບການສຸກເສີນຂອງ WHO ໄດ້ກູ້ເອົາຊີວິດຂອງຫຼາຍຄົນ, ແຕ່ບັນດາໂຮງໝໍຕ້ອງປະກອບອຸປະກອນທີ່ດີກ່ວາ ເພື່ອຮັບມືກັບບັນດາກໍລະນີຖືກເສຍຊີວິດ...
ເຫດແຜ່ນດິນໄຫວຢູ່ ອາບການິດສະຖານ: ຜູ້ປະສົບເຄາະຮ້າຍສ່ວນຫຼາຍແມ່ນແມ່ຍິງ ແລະ ເດັກນ້ອຍ - ảnh 1ບັນດາຜູ້ເສຍຊີວິດຍ້ອນເຫດແຜ່ນດິນໄຫວເກີດຂຶ້ນໃນວັນທີ 7 ຕຸລາ
(ພາບ:AFP/TTXVN)

ວັນທີ 9 ຕຸລາ, ອົງການອະນາໄມໂລກ (WHO) ໃຫ້ຮູ້ວ່າ: ແມ່ຍິງ ແລະ ເດັກນ້ອຍ ກວມ 2/3 ໃນຈຳນວນບັນດາຜູ້ປະສົບເຄາະຮ້າຍທີ່ຕ້ອງເຂົ້າປິ່ນປົວຢູ່ໂຮງໝໍ ຍ້ອນຖືກບາດເຈັບໜັກ ໃນເຫດແຜ່ນດິນໄຫວທີ່ເກີດຂຶ້ນໃນວັນທີ 7 ຕຸລາ ຢູ່ ອາບການິດສະຖານ. ຜູ້ຕາງໜ້າກຸ່ມຮັບມືກັບສະພາບການສຸກເສີນຂອງ WHO, ທ່ານ ປອ Alaa AbouZeid, ເນັ້ນໜັກວ່າ: ການສະໜອງດ້ານການເງິນໃຫ້ແກ່ບັນດາການເຄື່ອນໄຫວມະນຸດສະທຳຍັງສວມບົດບາດສຳຄັນ, ໃນສະພາບຄວາມສົນໃຈ ແລະ ງົບປະມານໜູນຊ່ວຍຂອງໂລກພວມຫັນທິດອອກຈາກ ອາບການິດສະຖານ. ເຖິງວ່າກຸ່ມຮັບມືກັບສະພາບການສຸກເສີນຂອງ WHO ໄດ້ກູ້ເອົາຊີວິດຂອງຫຼາຍຄົນ, ແຕ່ບັນດາໂຮງໝໍຕ້ອງປະກອບອຸປະກອນທີ່ດີກ່ວາ ເພື່ອຮັບມືກັບບັນດາກໍລະນີຖືກເສຍຊີວິດ ແລະ ຮັບບາດເຈັບເພີ່ມຂຶ້ນຢ່າງແຮງ ແລະ ກໍລະນີທີ່ຄ້າຍຄືກັນໃນອະນາຄົດ.

        ອຳນາດການປົກຄອງ ຕາລີບານ, ກຳລັງກຳສິດອຳນາດຢູ່ ອາບການິດສະຖານ, ຄາດວ່າ ມີຫຼາຍກ່ວາ 2.500 ຄົນໄດ້ເສຍຊີວິດ ແລະ ກ່ວາ 2.000 ຄົນຖືກບາດເຈັບໃນເຫດແຜ່ນດິນໄຫວທີ່ມີຄວາມແຮງ 6,3 ຣິດເຕີ ທີ່ເກີດຂຶ້ນໃນເວລາ 11 ໂມງ ວັນທີ 7 ຕຸລາ (ຕາມເວລາທ້ອງຖິ່ນ), ຊ່ວງເວລາທີ່ຜູ້ຊາຍບໍ່ຢູ່ເຮືອນ, ຍ້ອນເຫດນັ້ນ, ຜູ້ເສຍຊີວິດ ແລະ ບາດເຈັບສ່ວນຫຼາຍແມ່ນແມ່ຍິງ ແລະ ເດັກນ້ອຍທີ່ຢູ່ເຮືອນໃນຊ່ວງເວລານັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ