ເຫດແຜ່ນດິນໄຫວຢູ່ຈີນກໍ່ຄວາມລົ້ມຫາຍຕາຍຈາກຢ່າງແຮງ

ເຫດແຜ່ນດິນໄຫວຢູ່ຈີນກໍ່ຄວາມລົ້ມຫາຍຕາຍຈາກຢ່າງແຮງ - ảnh 1
ພາບປະກອບຈາກ Reuters

(vovworld) – ຕອນ​ບ່າຍ​ວັນ​ທີ 3/8, ເຫດ​ແຜ່ນ​ດິນ​ໄຫວທີ່​ມີ​ຄວາມ​ແຮງ 6,5 ອົງສາຣິດ​​ແຕ ​ໄດ້​ເກີດ​ຂຶ້ນ​ຢູ່​ເມືອງ ຫລູຕຽນ, ນະຄອນ ທຽວ​ທົງ, ​ແຂ​ວງ ຢວຽນ​ໜານ, ປະ​ເທດ​ຈີນ. ຕາມ​​ສະຖິ​ຕິ​ຫຼ້າ​ສຸດ​ແລ້ວ, ຈຳນວນ​ຜູ້​ເສຍ​ຊີວິດ​ຂຶ້ນ​ເຖິງ 367 ຄົນ ​ແລະ ​ເກືອບ 1.600 ຄົນ​ຖືກ​ຮັບ​ບາດ​ເຈັບ. ຈຳນວນ​ຜູ້​ປະສົບ​ເຄາະ​ຮ້າຍ​ອາດ​ຈະສືບ​ຕໍ່​ເພີ່ມ​ຂຶ້ນ​. ຕອນຄຳ່​ວັນ​ທີ 3/8, ທ່ານ​ປະທານ​ປະ​ເທດ ຈີນ ສິ້ຈີນ​ຜິ​ງ ອອກ​ຄຳ​ສັ່ງ​: ຮຽກຮ້ອງ​ເຕົ້າ​ໂຮມທຸກໆ​ກຳລັງ​​ເພື່ອ​ຊອກ​ຫາ​ຜູ້​ປະສົບ​ເຄາະ​ຮ້າຍ​ທີ່​ຍັງ​ຕິດຄ້າງ​ຢູ່​ສະຖານ​ທີ່​ເກີ​ດ​ເຫດ, ປິ​ນປົວ​ໃຫ້​ບັນດາ​ຜູ້​ຖືກ​ບາດ​ເຈັບ, ຈັດ​ຕັ້ງ​ບ່ອນ​ພັກຜ່ອນຊົ່ວຄາວ​ໃຫ້​ປະຊາຊົນ​ທ້ອງ​ຖີ່​ນ. ອຳ​ນາດ​ການ​ປົກຄອງ​ນະຄອນ ທຽວ​ທົງ ​ໄດ້​ຈັດສົ່ງ​ຕຳຫຼວດ 300 ຄົນ, ສົບ​ທົບ​ກັບພົນ​ທະຫານ 1.000 ຄົນ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ກູ້​ໄພ​ກູ້​ຊີບ. ນີ້​ແມ່ນ​ເຫດ​ແຜ່ນດິນ​ໄຫວ​ມີ​ຄວາມ​ແຮງ​ທີ່​ສຸດ​ເກີດຂຶ້ນ​ຢູ່ ຢວຽນ​ໜານ​​ໃນ​ຮອບ​ເວລາ 18 ປີຜ່ານມາ.


ຂ່າວ/ບົດ​ອື່ນ