ເຫດແຜ່ນດິນໄຫວຢູ່ອິນໂດເນເຊຍ: ຈຳນວນຜູ້ເສຍຊີວິດເພີ່ມຂຶ້ນເກືອບ 350 ຄົນ

(VOVWORLD) -ຈຳນວນຜູ້ເສຍຊີວິດໃນເຫດແຜ່ນດິນໄຫວມີຄວາມແຮງ 6,9 richter ເຊິ່ງເກີດຂຶ້ນໃນວັນທີ 05 ສິງຫາ ຢູ່ເກາະທ່ອງທ່ຽວ Lombok, ທາງທິດຕາເວັນຕົກ Nusa Tenggara, ປະເທດອິນໂດເນເຊຍ ສືບຕໍ່ເພີ່ມຂຶ້ນຢ່າງແຮງ.

ເຫດແຜ່ນດິນໄຫວຢູ່ອິນໂດເນເຊຍ: ຈຳນວນຜູ້ເສຍຊີວິດເພີ່ມຂຶ້ນເກືອບ 350 ຄົນ - ảnh 1ຈຳນວນຜູ້ເສຍຊີວິດເພີ່ມຂຶ້ນເກືອບ 350 ຄົນ

(ພາບປະກອບ: THX/TTXVN) 

ຕາມສຳນັກຂ່າວສານແຫ່ງລັດ Antara ແລ້ວ, ໄລ່ຮອດຕອນຄ່ຳວັນທີ 08 ສິງຫາ ຈຳນວນຜູ້ເສຍຊີວິດໄດ້ຂຶ້ນເຖິງ 347 ຄົນ ແລະ ຜູ້ຮັບບາດເຈັບແມ່ນເກືອບ 1.500 ຄົນ. ໂຄສົກຂອງອົງການຫຼຸດຜ່ອນໄພທຳມະຊາດອິນໂດເນເຊຍ, ທ່ານ Sutopo Purwo Nugroho ໃຫ້ຮູ້ວ່າ, ປະຈຸບັນ ເຮືອນຊານຂອງກວ່າ 165.000 ຄົນໃນຈຳນວນປະມານ 200.000 ຄົນດຳລົງຊີວິດຢູ່ທາງທິດເໜືອເກາະ Lombok ຖືກທຳລາຍ ແລະ ບັງຄັບໃຫ້ຕ້ອງໄປອົບພະຍົບ. ປະຈຸບັນ, ມີປະມານ 20.000 ຄົນພວມຕ້ອງການການໜູນຊ່ວຍຢ່າງຮີບດ່ວນ ແລະ ບັນດາພາລະກອນກູ້ໄພກູ້ຊີບພວມມານະພະຍາຍາມຈົດສຸດຄວາມສາມາດ ເພື່ອສາມາດເຂົ້າໄປເຖິງບັນດາສະຖານທີ່ໃນຈຳນວນເຮືອນຊານທີ່ຖືກທຳລາຍ 80%.

        ປະຈຸບັນ, ວຽກງານຊອກຫາ, ກູ້ໄພກູ້ຊີບຜູ້ປະສົບໄພຍັງໄດ້ສືບຕໍ່ປະຕິບັດ, ບັນດາກຳລັງທີ່ຮັບພິດຊອບມີໜ້າທີ່ຖືກລະດົມຢ່າງສຸດຂີດ, ພິເສດກຳລັງກູ້ໄພກູ້ຊີບພວມສຸມໃສ່ບັນດາສະຖານທີ່ມີຕຶກອາຄານທີ່ມີຈຳນວນປະຊາຊົນດຳລົງຊີວິດເປັນຈຳນວນຫຼາຍຖືກລົ້ພົງທະລາຍ.

ຕອບກັບ

ຂ່າວ/ບົດ​ອື່ນ