ເຫດ​ແຜ່ນ​ດິນ​ໄຫວ​ເກີດ​ຂຶ້ນ​ຢູ່​ຈີນ: ຈຳ​ນວນ​ຜູ້​ເສຍ​ຊີ​ວິດ ແລະ ຖືກບາດ​ເຈັບ ສືບ​ຕໍ່​ເພີ່ມ​ຂ​ຶ້ນ

(VOVWORLD) -  ໄລ່ຮອດຕອນບ່າຍວັນທີ 19 ທັນວາ (ຕາມເວລາທ້ອງຖິ່ນ), ເຫດແຜ່ນດິນໄຫວເກີດຂຶ້ນໃນຕອນຄ່ຳວັນທີ 18 ທັນວາ ຢູ່ແຂວງ  ການຊູ ໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 113 ຄົນ ແລະ ມີຜູ້ຖືກບາດເຈັບກວ່າ 530 ຄົນ. 
ເຫດ​ແຜ່ນ​ດິນ​ໄຫວ​ເກີດ​ຂຶ້ນ​ຢູ່​ຈີນ: ຈຳ​ນວນ​ຜູ້​ເສຍ​ຊີ​ວິດ ແລະ ຖືກບາດ​ເຈັບ ສືບ​ຕໍ່​ເພີ່ມ​ຂ​ຶ້ນ - ảnh 1ການເຄື່ອນໄຫວກູ້ໄພກູ້ຊີບພວມໄດ້ຜັນຂະຫຍາຍຢູ່ແຂວງ ການຊູ, ຈີນ ໃນວັນທີ 19 ທັນວາ 2023 (ພາບ: THX/TTXVN)

ຕາມຂ່າວສານຈາກອົງການສື່ມວນຊົນແຫ່ງຊາດ ຈີນ ແລ້ວ, ໄລ່ຮອດຕອນບ່າຍວັນທີ 19 ທັນວາ (ຕາມເວລາທ້ອງຖິ່ນ), ເຫດແຜ່ນດິນໄຫວເກີດຂຶ້ນໃນຕອນຄ່ຳວັນທີ 18 ທັນວາ ຢູ່ແຂວງ  ການຊູ ໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 113 ຄົນ ແລະ ມີຜູ້ຖືກບາດເຈັບກວ່າ 530 ຄົນ. ແຂວງໃກ້ຄຽງ ຊີງໄຫ່ ກໍຢັ້ງຢືນມີຜູ້ເສຍຊີວິດ 14 ຄົນ ແລະ ຜູ້ຮັບບາດເຈັບ 198 ຄົນ.  ເຫດແຜ່ນດິນໄຫວໄດ້ມ້າງທຳລາຍເຮືອນ 155.000 ຫຼັງ. ກຳລັງກູ້ໄພກູ້ຊີບສຸກເສີນກວ່າ 1.500 ຄົນ ພວມໄດ້ຮັບການຜັນຂະຫຍາຍການຊອກຫາ ແລະ ກູ້ໄພກູ້ຊີບຢູ່ບ່ອນເກີດໄພພິບັດດັ່ງກ່າວ. ນີ້ແມ່ນເຫດແຜ່ນດິນໄຫວທີ່ກໍ່ຜົນເສຍຫາຍດ້ານຊີວິດອິນຊີຫຼາຍທີ່ສຸດ ຢູ່ ຈີນ ນັບແຕ່ປີ 2014 ມາຮອດປັດຈຸບັນ, ເຊິ່ງແມ່ນຢູ່ແຂວງ ຢຸນໜານ ມີຜູ້ເສຍຊີວິດກວ່າ 600 ຄົນ.

        ໃນວັນທີ 19 ທັນວາ, ກ່າວຄຳເຫັນໃນຂະນະໄປຢ້ຽມຢາມ ຈີນ, ທ່ານນາຍົກລັດຖະມົນຕີ ລັດເຊຍ, Mikhail Mishustin, ຖະແຫຼງວ່າ, ປະເທດນີ້ ພ້ອມແລ້ວທີ່ຈະຊ່ວຍເຫຼືອ ຈີນ ແກ້ໄຂຜົນຮ້າຍທີ່ຕາມມາຈາກເຫດແຜ່ນດິນໄຫວ ຜ່ານກະຊວງສະພາວະສຸກເສີນຂອງ ລັດເຊຍ.


ຕອບກັບ

ຂ່າວ/ບົດ​ອື່ນ