ເອກວາດໍ ຈະມອບເອກະສານກ່ຽວກັບເຈົ້າຂອງ WikiLeaks ໃຫ້ ອາເມລິກາ

(VOVWORLD) - ອົງການໄອຍະການ ເອກວາດໍ ຈະມອບເອກະສານ ແລະ ເຄື່ອງໃຊ້ສ່ວນຕົວທັງໝົດ ເຊິ່ງຜູ້ກໍ່ຕັ້ງເວັບໄຊ WikiLeaks ທ່ານ Julian Assange ໄດ້ປະໄວ້ໃນສະຖານທູດ ເອກວາດໍ ປະຈຳ ລອນດອນໃຫ້ ອາເມລິກາ ພາຍຫລັງຖືກຕຳຫລວດ ອັງກິດ ຈັບຕົວກ່ອນໜ້ານີ້ 1 ເດືອນ.
ເອກວາດໍ ຈະມອບເອກະສານກ່ຽວກັບເຈົ້າຂອງ WikiLeaks ໃຫ້ ອາເມລິກາ - ảnh 1ຜູ້ກໍ່ຕັ້ງເວັບໄຊ WikiLeaks ທ່ານ Julian Assange  (ພາບ:  Rolling Stone)

ຜູ້ກໍ່ຕັ້ງ WikiLeaks ເລີ່ມຕົ້ນການລີ້ໄພຢູ່ສະຖານທູດ ເອກວາດໍ ປະຈຳ ລອນດອນ ນັບແຕ່ປີ 2012 ແລະ ຫລັງຈາກນັ້ນ ໄດ້ຮັບຄວາມເຫັນດີໃຫ້ຖືສັນຊາດ ເອກວາດໍ 2 – 3 ປີ ຈາກລັດຖະບານ ເອກວາດໍ ໃນຄາວນັ້ນ ເພື່ອຫຼີກລ້ຽງການພາຕົວໄປ ອາເມລິກາ. ເຖິງຢ່າງໃດກໍ່ຕາມ, ເດືອນ ເມສາ ຜ່ານມາ, ລັດຖະບານ ເອກວາດໍ ໄດ້ຕັດສິນໃຈຢຸດຕິກົນໄກລີ້ໄພສຳລັບທ່ານ Julian Assange, ຊ່ວຍໃຫ້ຕຳຫລວດ ອັງກິດ ດຳເນີນການຈັບຕົວຕາມຄຳສັ່ງຂອງສານ.

 

ຕອບກັບ

ຂ່າວ/ບົດ​ອື່ນ