ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສະຫະປະຊາຊາດຄັດຄ້ານຈີນ

ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສະຫະປະຊາຊາດຄັດຄ້ານຈີນ - ảnh 1
(ທ່ານ​ເອກ​ອັກຄະ​ລັດຖະທູດ ​ເລ​ຮ່ວາຍ​ຈູງ,
ຫົວໜ້າ​ຄະນະ​ຜູ້ຕາງໜ້າ​ຫວຽດນາມ ປະຈຳ​ສະຫະ​ປະຊາ​ຊາດ)


(vovworld) – ວັນ​ທີ 02/06, ຢູ່​ສຳນັກງານ​ຂອງ​ສະຫະ​ປະຊາ​ຊາດທີ່ ນິວຢອກ, ປະ​ເທດ​ອາ​ມລິ​ກາ, ທ່ານ​ເອກ​ອັກຄະ​ລັດຖະທູດ ​ເລ​ຮ່ວາຍ​ຈູງ, ຫົວໜ້າ​ຄະນະ​ຜູ້ຕາງໜ້າ​ຫວຽດນາມ ປະຈຳ​ສະຫະ​ປະຊາ​ຊາດ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ Jeffrey Feltmam, ຮອງ​ເລຂາທິການ​​ໃຫຍ່ສະຫະ​ປະຊາ​ຊາດ ຜູ້​ຮັບຜິດຊອບ​ບັນດາ​ບັນຫາ​ການ​ເມືອງ, ​ເພື່ອ​ສືບ​ຕໍ່​ແຈ້ງ​ໃຫ້​ສະຫະ​ປະຊາ​ຊາດ​ຊາບ​ກ່ຽວ​ກັບ​ບັນດາ​ການ​ຜັນ​ແປ​ຫລ້າ​ສຸດ​ທີ່​ກ່ຽວຂ້ອງ​ເຖິງ​ເລື່ອງ​ຈີນ ຕັ້ງຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ພຽງ​ລຳພັງ​ຝ່າຍ​ດຽວ​ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີ​ບຂອງ​ຫວຽດນາມ. ທ່ານ​ເອກ​ອັກຄະ​ລັດຖະທູດ ​ເລ​ຮວ່າຍ​ຈູງ ຄັດຄ​້ານການ​ກະທຳດັ່ງກ່າວ​ຂ​​ອງຈີນ, ກໍ່​ຄື​ເລື່ອງ​ປັກ​ກິ​ງ ສືບ​ຕໍ່​ສົ່ງ​ກຳ​ປັ່ນປ້ອງ​ກັນຫຼາຍ​ລຳ, ​ໃນ​ນັ້ນ​ມີ​ທັງກຳ​ປັ່ນ​ທະຫານ ​ແລະ ​ເຮືອ​ບິນ​ເຂົ້າ​ເຄື່ອນ​ໄຫວ​ຢູ່​ສະຖານ​ທີ່​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ ​ໄຮ​ຢາງ 981 ຢ່າງ​ຜິດ​ກົດໝາຍ. ທ່ານ​ເອກ​ອັກຄະ​ລັດຖະທູດ​ກໍ່​ແຈ້ງ​ໃຫ້​ທ່ານ​ຮອງ​ເລຂາທິການ​​ໃຫຍ່​ສະຫະ​ປະຊາ​ຊາດ​ຊາບ​ກ່ຽວ​ກັບ​ເລື່ອງ ບັນດາ​ກຳ​ປັ່ນ​ຂອງ​ຈີນ ຕັ້ງ​ໃຈ​ຕຳ, ນາບ​ຂູ່, ​ໃຊ້​ທໍ່ສີດ​ນ້ຳທີ່​ມີ​ຄວາມ​ແຮງ​ສູງ​ໃສ່​ບັນ​ດາ​ກຳ​ປັ່ນ​ຂອງ​​ພົນລະ​ເຮືອນ​ຫວຽດນາມ ​ເຮັດ​ໃຫ້ກຳ​ປັ່ນ​ຫຼາຍ​ລຳ​ຖືກ​​ເປ່​ເພ ​ແລະ ຫຼາຍ​ຄົນ​ຖືກ​ບາດ​ເຈັບ. ທ່ານ​ເອກ​ອັກຄະ​ລັດຖະທູດ ​ເລ​ຮ່ວາຍ​ຈູງ ສະ​ເໜີ​ໃຫ້​ສະຫະ​ປະຊາ​ຊາດ ພ້ອມ​ກັບ​ວົງ​ຄະນະ​ຍາດ​ສາກົນສືບ​ຕໍ່​ເອົາ​ໃຈ​ໃສ່, ສະໜັບສະໜູນ​ບັນດາ​ຂໍ້​ສະ​ເໜີ​ເຈດ​ຕະນາ​ດີ​ຂອງ​ຫວຽດນາມ, ຮຽກຮ້ອງ​ບໍ່​ມີ​ການ​ກະທຳ​ພຽງລຳພັງ​ຝ່າຍ​ດຽວ​ເຮັດ​ໃຫ້ສະພາບ​​ເຄັ່ງ​ຕຶງຂຶ້ນ​ຕື່​ມ, ບໍ່​ນຳ​ໃຊ້ ​ແລະ ນາບ​ຂູ່​ນຳ​ໃຊ້​ຄວາມ​ຮຸນ​ແຮງ.

        ທ່ານ ​Jeffrey Feltmam, ຮອງ​ເລຂາທິການ​​ໃຫຍ່ສະຫະ​ປະຊາ​ຊາດ ສະ​ແດງ​ຄວາມ​ວິຕົກ​ກັງວົນຕໍ່​ສະພາບ​ການ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ຮຽກຮ້ອງ​ບັນດາ​ຝ່າຍ​ຕ້ອງ​ລະງັບ​ໃຈ, ​ແກ້​ໄຂ​ການຂັດ​ແຍ້​ງກັນຜ່ານ​ການ​ເຈລະຈາ​ ​ແລະ ບັນດາ​ມາດ​ຕະການສັນຕິພາບ​​ທີ່​ເໝາະ​ສົມ​ກັບກົດ​ບັດ​ສະຫະ​ປະຊາ​ຊາດ ​ແລະ ກົດໝາຍ​ສາກົນ.

ຂ່າວ/ບົດ​ອື່ນ