ເອກ​ອ້າງ​ທະ​ນົງ​ໃຈ​ຕໍ່ 77 ລະ​ດູ​ໃບ​ໄມ້ຫຼົ່ນ​ແຫ່ງ​ເອ​ກະ​ລາດ

(VOVWORLD) - ກ່ອນນີ້ 77 , ວັນທີ 2 ກັນຍາ 1945, ຢູ່ສະໜາມຫຼວງບາດິ່ງຢູ່ ນະຄອນຫຼວງຮ່າໂນ້ຍ, ທ່ານປະທານ ໂຮ່ຈີມິນໄດ້ອ່ານບົດຖະແຫຼງປະກາດເອກະລາດສະຖາປະນາ ປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ, ລັດກຳມະກອນຊາວນາແຫ່ງທຳອິດຢູ່ ອາຊີຕາເວັນອອກສ່ຽງໃຕ້.

ເອກ​ອ້າງ​ທະ​ນົງ​ໃຈ​ຕໍ່ 77 ລະ​ດູ​ໃບ​ໄມ້ຫຼົ່ນ​ແຫ່ງ​ເອ​ກະ​ລາດ - ảnh 1ທ່ານປະທານ ໂຮ່ຈີມິນໄດ້ອ່ານບົດຖະແຫຼງປະກາດເອກະລາດສະຖາປະນາ ປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ (ພາບ: TTXVN)

ເນື່ອງໃນໂອກາດ ສະເຫຼີມສະຫຼອງ 77 ປີແຫ່ງວັນຊາດປະເທດສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ໜັງສືພິມໃຫຍ່ຂອງ ຫວຽດນາມ ສະບັບອອກໃນວັນນີ້ ໄດ້ລົງຫຼາຍບົດຂຽນທີ່ຍ້ອງຍໍຊົມເຊີຍຄວາມໝາຍປະຫວັດສາດ ຂອງເຫດການນີ້. ໜັງສືພິມປະຊາຊົນ, ອົງການສູນກາງຂອງພັກກອມມູນິດ ຫວຽດນາມ, ກະບອກສຽງຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ໄດ້ລົງບົດຂຽນດ້ວຍຫົວຂໍ້ວ່າ: “ຈິດໃຈແຫ່ງວັນເອກະລາດຍາມ ເຍືອງທາງໃຫ້ພວກເຮົາກ້າວເດີນຕະຫຼອດໄປ. ບົດຂຽນໄດ້ຢັ້ງຢືນວ່າ: ໃນຕະຫຼອດໄລຍະ 77 ປີຜ່ານມາ, ເຖິງວ່າ ປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ຕາມລັດຖະດຳລັດ ສະບັບເລກທີ 49 ອອກໃນວັນທີ 12 ຕຸລາ 1945 ຫຼື ປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຕາມຂໍ້ຕົກລົງຂອງ ສະພາແຫ່ງຊາດຊຸດທີ VI ນັບແຕ່ວັນທີ 2 ກໍລະກົດ 1976 ມາຮອດປັດຈຸບັນ ຄວາມມຸ່ງຫວັງ “ເອກະລາດ - ເສລີພາບ - ສັນຕິສຸກ” ຍັງບໍ່ປ່ຽນແປງ, ນັບມື້ນັບໄດ້ເປີດກວ້າງເນື້ອໃນ, ໄດ້ຮັບຮູ້ຢ່າງຄົບຖ້ວນ, ເລິກເຊິ່ງກ່ວາອີກກ່ຽວກັບເປົ້າໝາຍອັນສູງສົ່ງຂອງການປະຕິວັດ.

ຕອບກັບ

ຂ່າວ/ບົດ​ອື່ນ