ເອີ​ລົບ ແມ່ນ​ພາກ​ພື້ນ​ຖືກ​ຜົນ​ສະ​ທ້ອນ​ຢ່າງ​ຮ້າຍ​ແຮງ​ຈາກ​ໂລກ​ລະ​ບາດ​ໂຄວິດ 19

(VOVWORLD) -

ປະຈຸບັນ, ເອີລົບ ແມ່ນພາກພື້ນຖືກຜົນສະທ້ອນຢ່າງຮ້າຍແຮງທີ່ສຸດຈາກໂລກລະບາດໂຄວິດ 19 ດ້ວຍຜູ້ຕິດເຊື້ອພະຍາດໂຄວິດ 19ກ່ວາ 163.7 ຄົນ, ຖັດຈາກນັ້ນແມ່ນ ອາຊີ, ອາເມລິກາເໜືອ, ອາເມລິກາໃຕ້, ອາຟຼິກກາ ແລະ ທະວີບໂອເຊອານີ.

     ຕາມເວັບໄຊສະຖິຕິ worldometers.info  ແລ້ວ, ໃນຮອບເວລາ 24 ຊົ່ວໂມງທີ່ຜ່ານມາ, ໂລກ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ 19 ໃໝ່ກ່ວາ 1.68 ລ້ານຄົນ, ຍົກຈຳນວນຜູ້ຕິດເຊື້ອທັງໝົດຂຶ້ນສູງກ່ວາ 455 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດກ່ວາ 6 ລ້ານຄົນ ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 12 ມີນາ (ຕາມເວລາ UTC).

ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຮ້າຍແຮງກ່ວາໝູ່, ມາຮອດປະຈຸບັນໄດ້ຮັບຮູ້ມີຜູ້ຕິດເຊື້ອກ່ວາ 81 ລ້ານຄົນ ແລະ ຜູ້ເສຍຊີວິດກ່ວາ 991.000 ຄົນ, ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

ປະຈຸບັນ, ເອີລົບ ແມ່ນພາກພື້ນຖືກຜົນສະທ້ອນຢ່າງຮ້າຍແຮງທີ່ສຸດຈາກໂລກລະບາດໂຄວິດ 19 ດ້ວຍຜູ້ຕິດເຊື້ອພະຍາດໂຄວິດ 19ກ່ວາ 163.7 ຄົນ, ຖັດຈາກນັ້ນແມ່ນ ອາຊີ, ອາເມລິກາເໜືອ, ອາເມລິກາໃຕ້, ອາຟຼິກກາ ແລະ ທະວີບໂອເຊອານີ.

ຕອບກັບ

ຂ່າວ/ບົດ​ອື່ນ