ເອີລົບສ້າງຕັ້ງກຸ່ມນັກຊ່ຽວຊານກ່ຽວກັບໄວຣັດຊິກາ

ເອີລົບສ້າງຕັ້ງກຸ່ມນັກຊ່ຽວຊານກ່ຽວກັບໄວຣັດຊິກາ - ảnh 1
(ພາບ​ປະ​ກອບ: Reuters)

(vovworld) –​ ວັນ​ທີ 08/02, ອົງ​ການການ​ຢາເອີ​ລົບ (EMA) ແຈ້ງວ່າ, ໄດ້​ສ້າງ​ຕັ້ງ​ກຸ່ມ​ນັກ​ຊ່ຽວ​ຊານ​ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ຜັນ​ຂະ​ຫຍາຍ​ວຽກ​ງານ​ປິ່ນ​ປົວ, ປ້ອງ​ກັນ ແລະ ຕ້ານ​ໄວ​ຣັດ ຊິກາ (virus Zika), ພວມ​ແຜ່​ລະ​ບາດ​ຢູ່​ອາ​ເມ​ລິ​ກາ​ລາ​ຕີນ ແລະ ມີ​ໄພ​ແຜ່ລະ​ບາດ​ອອກ​ສູ່​ຫຼາຍ​ປະ​ເທດ​ໃນ​ໂລກ​. ກຸ່ມ​ນັກ​ຊ່ຽວ​ຊານ​ມີ​ບົດ​ບາດ​ສົ່ງ​ເສີມ​ການ​ຄົ້ນ​ຄວ້າ​ຢາ​ຕ້ານ​ໄວ​ຣັດ​ຊິ​ກາ, ໃຫ້​ຄຳ​ປຶກ​ສາ​ບັນ​ດາ​ບັນ​ຫາ​ວິ​ທະ​ຍາ​ສາດ ແລະ ຂໍ້​ກຳ​ນົດ. ປະ​ຈຸ​ບັນ, ໄວ​ຣັດ​ຊິ​ກາ ໄດ້​ແຜ່​ລະ​ບາດ​ອອກ​ສູ່ 31 ປະ​ເທດ​ໃນ​ໂລກ​ແລ້ວ.

ຂ່າວ/ບົດ​ອື່ນ