ເອົາ​ໃຈ​ໃສ່​ໜູນ​ຊ່ວຍ​ຄົນ​ທຸກ​ຍາກ, ຄອບ​ຄົວ​ເປົ້າ​ໝາຍ​ນະ​ໂຍ​ບາຍ, ກຳ​ມະ​ກອນ​ຜູ້​ອອກ​ແຮງ​ງານ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ແມ່ນ​ແຜນ​ນະ​ໂຍ​ບາຍ​ໃຫຍ່​ຂອງ​ພັກ, ລັດ

(VOVWORLD) -ຕອນບ່າຍວັນທີ 11 ມັງກອນ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ພ້ອມກັບຄະນະປະຕິບັດງານ ໄດ້ລົງຢ້ຽມຢາມ, ເຮັດວຽກ, ອວຍພອນບຸນເຕັດຢູ່ແຂວງ ເຊີນລາ. 
ເອົາ​ໃຈ​ໃສ່​ໜູນ​ຊ່ວຍ​ຄົນ​ທຸກ​ຍາກ, ຄອບ​ຄົວ​ເປົ້າ​ໝາຍ​ນະ​ໂຍ​ບາຍ, ກຳ​ມະ​ກອນ​ຜູ້​ອອກ​ແຮງ​ງານ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ແມ່ນ​ແຜນ​ນະ​ໂຍ​ບາຍ​ໃຫຍ່​ຂອງ​ພັກ, ລັດ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ມອບຂອງຂວັນໃຫ້ແກ່ ຄົນທຸກຍາກ, ຄອບຄົວເປົ້າໝາຍນະໂຍບາຍ, ກຳມະກອນຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ (ພາບ: TTXVN)

ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຢັ້ງຢືນວ່າ ການເອົາໃຈໃສ່ໜູນຊ່ວຍຄົນທຸກຍາກ, ຄອບຄົວເປົ້າໝາຍນະໂຍບາຍ, ກຳມະກອນຜູ້ອອກແຮງງານ ທີ່ປະສົບກັບຄວາມຫຍຸ້ງຍາກ ແມ່ນແຜນນະໂຍບາຍໃຫຍ່ຂອງພັກ, ລັດ. ເພາະສະນັ້ນ, ທາງແຂວງເຊີນລາ ຄວນຜັນຂະຫຍາຍວຽກງານໜູນຊ່ວຍການເບິ່ງແຍງດູແລໃຫ້ແກ່ປະຊາຊົນທຸກຍາກຢູ່ທຸກທ້ອງຖິ່ນ, ບັນດາອົງການ, ໜ່ວຍງານ, ກຳລັງປະກອບອາວຸດ, ວິສາຫະກິດ…ຢ່າງເລິກເຊິ່ງກ້ວາງຂວາງ. ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ມອບຂອງຂວັນບຸນເຕັດ 50 ພູດໃຫ້ແກ່ຜູ້ມີຄຸນງາມຄວາມດີ, ຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ, ປະຊາຊົນ, ຊາວຜູ້ອອກແຮງງານປະສົບກັບຄວາມຫຍຸ້ງຍາກ ໃນບໍລິເວນແຂວງ.

        ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫ໋າຍ ພ້ອມກັບຄະນະປະຕິບັດງານໄດ້ໄດ້ຢ້ຽມຢາມ, ອວຍພອນບຸນເຕັດພະນັກງານ, ນັກຮົບ ແລະ ປະຊາຊົນເມືອງໂກນດາວ, ແຂວງບ່າເຣ້ຍ - ຫວູງເຕົາ. ນະທີ່ນີ້, ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫ໋າຍ ຫວັງວ່າ ໃນໄລຍະຈະມາເຖິງ, ທາງແຂວງບ່າເຣ້ຍ - ຫວູງເຕົາ ແລະ ເມືອງ ໂກນດາວ ຈະສືບຕໍ່ກໍ່ສ້າງ, ປັບປຸງການວາງແຜນຜັງສັງລວມພັດທະນາເສດຖະກິດ - ສັງຄົມໃນເກາະໃຫ້ສົມບູນແບບ, ສຸມໃສ່ຍູ້ແຮງການພັດທະນາພື້ນຖານໂຄງລ່າງ ສ້າງເງື່ອນໄຂດຶງດູດເງິນລົງທຶນ, ພັດທະນາເສດຖະກິດການທ່ອງທ່ຽວທີ່ຕິດພັນກັບການປັບປຸງ, ເພີ່ມທະວີການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ.

        ຢູ່ແຂວງແຄ໊ງຮ່ວາ, ທ່ານພົນໂທ ຫງວຽນເຕິນເກືອງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ລົງກວດກາ, ອວຍພອນບຸນເຕັດພະນັກງານ, ຮັກຮົບ ແລະ ປະຊາຊົນຢູ່ເມືອງເກາະເຈື່ອງຊາ.

ຕອບກັບ

ຂ່າວ/ບົດ​ອື່ນ