ເຮັດໃຫ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງຫວຽດນາມ - ເວເນຊູເອລາ ເລິກເຊິ່ງຂຶ້ນຕື່ມ

(VOVWORLD) -ຕອນເຊົ້າວັນທີ 30 ກັນຍາ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານ Diosdado Cabello Rondon, ຮອງປະທານຜູ້ທີ 1 ພັກສັງຄົມນິຍົມເອກະພາບ ເວເນຊູເອລາ ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ນັ້ນ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ສະແດງຄວາມເຊື່ອໝັ້ນວ່າ ການຢ້ຽມຢາມດັ່ງກ່າວ ຈະປະກອບສ່ວນເຮັດໃຫ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ເລິກເຊິ່ງຂຶ້ນຕື່ມ.

 ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຢັ້ງຢືນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ, ລັດ ຫວຽດນາມໃນການສະໜັບສະໜູນວິວັດທະນາການປະຊາທິປະໄຕ, ສອດຄ່ອງກັບລັດຖະທໍາມະນູນຢູ່ເວເນຊູເອລາ; ພ້ອມທັງປາດຖະໜາວ່າ ບັນດາກໍາລັງການເມືອງ ເວເລຊູເອລາ ຈະພ້ອມກັນເຈລະຈາ ແລະ ຊອກຫາວິທີການແກ້ໄຂຍາວນານບົນພື້ນຖານລັດຖະທໍາມະນູນ.

ເຮັດໃຫ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງຫວຽດນາມ - ເວເນຊູເອລາ ເລິກເຊິ່ງຂຶ້ນຕື່ມ - ảnh 1ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຕ້ອນຮັບ ທ່ານ Diosdado Cabello Rondon, ຮອງປະທານຜູ້ທີ 1 ພັກສັງຄົມນິຍົມເອກະພາບ ເວເນຊູເອລາ (ພາບ:baomoi.com)

        ສ່ວນທ່ານຮອງປະທານຜູ້ທີ 1 ພັກສັງຄົມນິຍົມເອກະພາບ ເວເນຊູເອລາ Diosdado Cabello Rondon ປາດຖະໜາຢາກຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງພັກ ເພື່ອແລກປ່ຽນບົດຮຽນປະສົບການ, ພິເສດແມ່ນໃນວຽກງານກໍ່ສ້າງພັກ, ພັດທະນາເສດຖະກິດ- ສັງຄົມ, ພັດທະນາການຜະລິດກະສິກໍາ, ລົບລ້າງຄວາມອຶດຫີວຫຼຸດຜ່ອນຄວາມທຸກຍາກ...

   ກ່່ອນໜ້ານັ້ນ, ໃນວັນດຽວກັນ, ທ່ານ Diosdado Cabello Rondon  ໄດ້ມີການເຈລະຈາກັບທ່ານຜູ້ປະຈໍາການຄະນະເລຂາ ສູນກາງພັກກອມມູນິດຫວຽດນາມ ເຈິ່ນກວັກເວື້ອງ. ຫຼັງຈາກນັ້ນ, ທ່ານ Diosdado Cabello Rondon  ກໍມີການພົບປະກັບທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ, ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ.

ເຮັດໃຫ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງຫວຽດນາມ - ເວເນຊູເອລາ ເລິກເຊິ່ງຂຶ້ນຕື່ມ - ảnh 2ທ່ານ Diosdado Cabello Rondon  ພົບປະກັບທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ, ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ (ພາບ: TTXVN)

ໃນໄລຍະຢູ່ຫວຽດນາມ ຫວຽດນາມ ແຕ່ວັນທີ 29 ກັນຍາ - 01 ຕຸລາ, ຄະນະຜູ້ແທນຂັ້ນສູງພັກສັງຄົມນິຍົມເອກະພາບ ເວເນຊູເອລາ ໄດ້ເຂົ້າຄໍານັບສຸສານປະທານໂຮ່ຈີມິນ, ຢ້ຽມຢາມເຂດອະນຸສອນສະຖານ ປະທານໂຮ່ຈີມິນ; ເຮັດວຽກກັບກະຊວງການຕ່າງປະເທດຫວຽດນາມ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ສະມາຄົມມິດຕະພາບ ຫວຽດນາມ -ເວເລຊູເອລາ”.


 

ຕອບກັບ

ຂ່າວ/ບົດ​ອື່ນ