ເຮືອນ​ຍາມ DK1 ຕ້ອນ​ຮັບ​ບຸນ​ເຕັດ

(VOVWORLD) - ຢູ່ທີ່ນີ້ ຍາມໃດກໍ່ມີທະຫານເຮືອ ຍາມທັງເວັນແລະຄືນ ເພື່ອປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ. ລະດູບານໃໝ່ກຳລັງວຽນມາ ຢູ່ເຮືອນຍາມ DK1.

ເຮືອນ​ຍາມ DK1 ຕ້ອນ​ຮັບ​ບຸນ​ເຕັດ - ảnh 1ສະຫາຍ ຟ້າມວັນເຍິນ (ພາບ: VOV5)

ເຮືອນຍາມ DK1 ແມ່ນກຸ່ມການບໍລິການເສດຖະກິດ - ວິທະຍາສາດເຕັກນິກ ໂດຍ ຫວຽດນາມ ສ້າງຕັ້ງຂຶ້ນພາຍໃຕ້ຮູບແບບບັນດາເຮືອນຍານ ຢູ່ທ່າມກາງທະເລ, ຫ່າງຈາກດິນຕໍ່ແຜ່ນປະມານ 250 – 350 ໄມທະເລ. ຢູ່ທີ່ນີ້ ຍາມໃດກໍ່ມີທະຫານເຮືອ ຍາມທັງເວັນແລະຄືນ ເພື່ອປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ. ລະດູບານໃໝ່ກຳລັງວຽນມາ ຢູ່ເຮືອນຍາມ DK1. ສະຫາຍ ຟ້າມວັນເຍິນ ທະຫານເຮືອໜຸ່ມ ຫາກໍ່ມາເຮືອນຍາມ DK1 ເປັນເວລາໜຶ່ງເດືອນ ເພື່ອປະຕິບັດໜ້າທີ ໃຫ້ຮູ້ວ່າ:

ນ້ອງຮູ້ສຶກກະຕືລືລົ້ນ, ປິຕິຊົມຊື່ນ ແລະ  ຕື້ນຕັນໃຈຫຼາຍ. ຢູ່ທີ່ນີ້ ນ້ອງໄດ້ຮັບຄວາມເອົາໃຈໃສ່, ເບິ່ງແຍງດູແລ ຈາກບັນດາອ້າຍນ້ອງ, ດັ່ງນັ້ນ ພໍ່ແມ່ຢູ່ບ້ານຈົ່ງຮັກສາສຸຂະພາບ, ລູກຈະປະຕິບັດສຳເລັດໜ້າທີ່ແລ້ວກັບຄືນເມືອບ້ານຢ້ຽມຢາມພໍ່ແມ່

ຕອບກັບ

ຂ່າວ/ບົດ​ອື່ນ