ແກ້​ໄຂ​ ແລະ ອຳ​ນວຍ​ຄວາມ​ສະ​ດວກໃຫ້​ປະ​ຊາ​ຊົນ​ທີ່​ມີຄວາມ​ຕ້ອງ​ການ​ຢາກກັບ​ປະ​ເທດ​ໃຫ້ສົມ​ເຫດ​ສົມ​ຜົນໂດຍ​ໄວ

(VOVWORLD) -ກະຊວງຄົມມະນາຄົມ - ຂົນສົ່ງ, ຂະແໜງການບິນ ແລະ ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ຈົ່ງລາຍງານມາຍັງການນຳ, ສົ່ງເສີມວຽກງານກະກຽມເປີດຖ້ຽວບິນການຄ້າສາກົນຄືນໃໝ່, ແນະນຳຂັ້ນຕອນເພື່ອໃຫ້ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດສາມາດຈ່ອງປີ້ກັບປະເທດແກ້ໄຂໂດຍໄວ ແລະ ອຳນວຍຄວາມສະດວກໃຫ້ປະຊາຊົນທີ່ມີຄວາມຕ້ອງການຢາກກັບປະເທດໃຫ້ສົມເຫດສົມຜົນ.

 ນີ້ແມ່ນຄຳສະເໜີຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ, ຮອງຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນການເຮັດວຽກກັບກະຊວງສາທາລະນະສຸກ ແລະ ບາງກະຊວງ, ຂະແໜງການທີ່ກ່ຽວຂ້ອງເຖິງບັນຫາຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ຊາວຕ່າງປະເທດເຂົ້າເມືອງ ຫວຽດນາມ ເຊິ່ງດຳເນີນໃນຕອນບ່າຍວັນທີ 8 ທັນວາ.

ແກ້​ໄຂ​ ແລະ ອຳ​ນວຍ​ຄວາມ​ສະ​ດວກໃຫ້​ປະ​ຊາ​ຊົນ​ທີ່​ມີຄວາມ​ຕ້ອງ​ການ​ຢາກກັບ​ປະ​ເທດ​ໃຫ້ສົມ​ເຫດ​ສົມ​ຜົນໂດຍ​ໄວ - ảnh 1ການເຮັດວຽກກັບກະຊວງສາທາລະນະສຸກ ແລະ ບາງກະຊວງ, ຂະແໜງການທີ່ກ່ຽວຂ້ອງເຖິງບັນຫາຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ຊາວຕ່າງປະເທດເຂົ້າເມືອງ ຫວຽດນາມ

        ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ເນັ້ນໜັກວ່າ: ນອກຈາກຄວາມຕ້ອງການຕ້ອນຮັບນັກຊ່ຽວຊານ, ນັກວິສະວະກອນ, ນັກເຕັກນິກຕ່າງປະເທດ, ແຂກທ່ອງທ່ຽວສາກົນເຂົ້າເມືອງ ຫວຽດນາມ ເພື່ອຮັບໃຊ້ການພັດທະນາເສດຖະກິດ - ສັງຄົມແລ້ວ, ບັນດາກະຊວງ, ຂະແໜງການຕ້ອງເອົາໃຈໃສ່ເຖິງຄວາມຕ້ອງການຢາກກັບປະເທດຂອງພົນລະເມືອງ ຫວຽດນາມ ທີ່ພວມເຮັດວຽກ, ຮ່ຳຮຽນ, ໄປປະຕິບັດງານ, ໄປຢ້ຽມຢາມຍາດພີ່ນ້ອງ ແລ້ວຖືກຕິດຄ້າງຢູ່ຕ່າງປະເທດຍ້ອນໂລກລະບາດ. ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກະຊວງສາທາລະນະສຸກ ປະກາດໃຊ້ຄຳແນະນຳໃໝ່ກ່ຽວກັບການແຍກຕົວ, ຕິດຕາມອາການສຸຂະພາບຕໍ່ຜູ້ທີ່ເຂົ້າເມືອງ ຫວຽດນາມ ກ່ອນວັນທີ 15 ທັນວາ, ບົນເນື້ອໃນຈິດໃຈ ຄ້າຍຄືກັນກັບຜູ້ທີ່ຢູ່ເຂດເກີດໂລກລະບາດເຄື່ອນຍ້າຍໄປຍັງທ້ອງຖິ່ນອື່ນໆຢູ່ພາຍໃນປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ