ແຂກທ່ອງທ່ຽວສາກົນມາ ຫວຽດນາມ ບັນລຸ 83% ແຜນການປີ 2023

(VOVWORLD) - ຈຳນວນແຂກທ່ອງທ່ຽວສາກົນມາຢ້ຽມຢາມ ຫວຽດນາມ ທັງໝົດແມ່ນເກືອບ 6,6 ລ້ານເທື່ອຄົນ, ເທົ່າກັບ 83% ແຜນການທີ່ໄດ້ວາງອອກ
 

ວັນທີ 28 ກໍລະກົດ, ກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ (ຂຶ້ນກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ) ໃຫ້ຮູ້ວ່າ: ໃນເດືອນ ກໍລະກົດ ນີ້, ຫວຽດນາມ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 1 ລ້ານເທື່ອຄົນ, ເພີ່ມຂຶ້ນ 6,5% ເມື່ອທຽບໃສ່ເດືອນ ມິຖຸນາ. ນີ້ແມ່ນເດືອນທຳອິດນັບແຕ່ຕົ້ນປີມານີ້ທີ່ຂະແໜງທ່ອງທ່ອງທ່ຽວຕ້ອນຮັບແຂກທ່ອງທ່ຽວສາກົນກ່ວາ 1 ລ້ານເທື່ອຄົນ.  ດັ່ງນັ້ນ, ໄລ່ລວມ 7 ເດືອນຂອງປີ 2023 ນີ້, ຈຳນວນແຂກທ່ອງທ່ຽວສາກົນມາຢ້ຽມຢາມ ຫວຽດນາມ ທັງໝົດແມ່ນເກືອບ 6,6 ລ້ານເທື່ອຄົນ, ເທົ່າກັບ 83% ແຜນການທີ່ໄດ້ວາງອອກ. ຕາມກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ ແລ້ວ: ດ້ວຍເລື່ອງບັນລຸ 83% ແຜນການຕ້ອນຮັບແຂກທ່ອງທ່ຽວສາກົນຂອງທັງປີພຽງໃນ 7 ເດືອນເທົ່ານັ້ນ, ຂະແໜງທ່ອງທ່ຽວ ຫວຽດນາມ ອາດສາມາດປະຕິບັດສຳເລັດເປົ້າໝາຍທີ່ໄດ້ວາງອອກ. ພິເສດ, ຂະແໜງຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອສືບຕໍ່ບັນລຸການເຕີບໂຕ ເມື່ອກ້າວເຂົ້າສູ່ໄລຍະເວລາຈຸດສຸມຂອງການຕ້ອນຮັບແຂກທ່ອງທ່ຽວສາກົນໃນໄລຍະທ້າຍປີ.

ຕອບກັບ

ຂ່າວ/ບົດ​ອື່ນ