ແຂກທ່ອງທ່ຽວສາກົນມາ ຫວຽດນາມ ບັນລຸເກືອບ 9 ລ້ານເທື່ອຄົນ

(VOVWORLD) - ຈຳນວນແຂກທ່ອງທ່ຽວສາກົນມາຢ້ຽມຢາມ ຫວຽດນາມ ໃນ 9 ເດືອນຂອງປີ 2023 ບັນລຸ 8,9 ລ້ານເທື່ອຄົນ
ແຂກທ່ອງທ່ຽວສາກົນມາ ຫວຽດນາມ ບັນລຸເກືອບ 9 ລ້ານເທື່ອຄົນ  - ảnh 1ແຂກທ່ອງທ່ຽວຢ້ຽມຢາມ ໂຮ້ຍອານ
(ພາບ: TTXVN)

          ວັນທີ 29 ກັນຍາ, ກົມໃຫຍ່ສະຖິຕິໄດ້ປະກາດຂໍ້ມູນໂດຍໃຫ້ຮູ້ວ່າ, ຈຳນວນແຂກທ່ອງທ່ຽວສາກົນມາຢ້ຽມຢາມ ຫວຽດນາມ ໃນ 9 ເດືອນຂອງປີ 2023 ບັນລຸ 8,9 ລ້ານເທື່ອຄົນ, ເພີ່ມຂຶ້ນທົບ 4,7 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022. ເຖິງຢ່າງໃດກໍຕາມ, ຕົວເລກນີ້ຍັງພຽງເທົ່າກັບ 69% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019, ເມື່ອຍັງບໍ່ທັນເກີດໂລກລະບາດໂຄວິດ-19. ໃນຈຳນວນແຂກທ່ອງທ່ຽວສາກົນມາຢ້ຽມຢາມ ຫວຽດນາມ ໃນ 9 ເດືອນປີ 2023, ແຂກທ່ອງທ່ຽວທີ່ມາດ້ວຍທາງອາກາດກວມເອົາ 87,5%; ທາງບົກກວມເອົາ 11,8%, ສ່ວນຍັງເຫຼືອແມ່ນທາງທະເລ. ລາຍຮັບຈາກການບໍການພັກເຊົ້າ, ກິນດື່ມໃນ 9 ເດືອນໄດ້ເພີ່ມຂຶ້ນ 16%; ການທ່ອງທ່ຽວເພີ່ມຂຶ້ນ 47.7% ເມື່ອທຽບໃສ່ໄລຍະດຽວກັນ ຂອງປີ 2022.

          ເພື່ອຕອບສະໜອງຄວາມຕ້ອງການເດີນທາງໄປມາຂອງແຂກທ່ອງທ່ຽວທີ່ນັບມື້ນັບເພີ່ມຂຶ້ນນັ້ນ, ບໍລິສັດການບິນ ຫວຽດນາມ (Vietnam Airlines) ໄດ້ເພີ່ມຫຼາຍຖ້ຽວບິນໄປຍັງ ເອີລົບ, ອົດສະຕາລີ ແລະ ຈີນ, ຜ່ານນັ້ນ, ໄດ້ຟື້ນຟູຖ້ຽວບິນສາກົນໄດ້ເກືອບ 90%.

ຕອບກັບ

ຂ່າວ/ບົດ​ອື່ນ