ແຂວງ ກວາງ​ນິງ ຮັບ​ເລືອດ​ບໍ​ລິ​ຈ​າກ​ໄດ້​ກວ່າ 800 ຖົງ

(VOVWORLD) - ຄະນະຈັດຕັ້ງໄດ້ຮັບເລືອດບໍລິຈາກກວ່າ 800 ຖົງ ແລະ ສູ້ຊົນຮອດວັນທີ 30 ກັນຍາ ເຊິ່ງເປັນຈຸດເວລາສິ້ນສຸດບັ້ນເຄື່ອນໄຫວ “ເລືອດບໍລິຈາກລະດູຮ້ອນ” ຈະຮັບເລືອດບໍລິຈາກແຕ່ 5.500 ຖົງຂຶ້ນໄປ. 
ແຂວງ ກວາງ​ນິງ ຮັບ​ເລືອດ​ບໍ​ລິ​ຈ​າກ​ໄດ້​ກວ່າ 800 ຖົງ - ảnh 1ບັນຍາກາດການບໍລິຈາກເລືອດ ຢູ່ ກວາງນິງ (ພາບ: VOV)

ວັນທີ 18 ມິຖຸນາ, ຢູ່ນະຄອນ ຮະລອງ, ຄະນະຈັດຕັ້ງລາຍການບໍລິຈາກເລືອດສູນກາງ ສົມທົບກັບຄະນະຊີ້ນຳປຸກລະດົມການບໍລິຈາກເລືອດດ້ວຍຄວາມສະໝັກໃຈແຂວງ ກວາງນິງ ໄດ້ຈັດພິທິໄຂລາຍການບໍລິຈາກເລືອດ “ຮະລອງ - ເຊື່ອມຕໍ່ສາຍເລືອດ ຫວຽດ”. ທີ່ພິທີໄຂ, ຄະນະຈັດຕັ້ງໄດ້ຮັບເລືອດບໍລິຈາກກວ່າ 800 ຖົງ ແລະ ສູ້ຊົນຮອດວັນທີ 30 ກັນຍາ ເຊິ່ງເປັນຈຸດເວລາສິ້ນສຸດບັ້ນເຄື່ອນໄຫວ “ເລືອດບໍລິຈາກລະດູຮ້ອນ” ຈະຮັບເລືອດບໍລິຈາກແຕ່ 5.500 ຖົງຂຶ້ນໄປ. ອ້າຍ ຮວ່າງວັນຫາຍ, ເລຂາຄະນະຊາວໜຸ່ມນະຄອນ ກວາງນິງ ໃຫ້ຮູ້ວ່າ:

        “ລາຍການດັ່ງກ່າວ ມີຂອບຂະໜາດນັບມື້ນັບໃຫຍ່ ແລະ ແຜ່ຂະຫຍາຍໄດ້ຢ່າງກວ້າງຂວາງ ໄດ້ຮັບການຕອບສະໜອງທີ່ດີ. ໄປຄຽງຄູ່ກັນນັ້ນ ກຳລັງສະມາຊິກຊາວໜຸ່ມ, ໄວໜຸ່ມ ຍາມໃດກໍນຳໜ້າໃນການບໍລິຈາກເລືອດ, ນອກຈາກນັ້ນແລ້ວ ກໍຍັງມີປະຊາຊົນ, ປະຊາຄົມວິສາຫະກິດເຂົ້າຮ່ວມເປັນຈຳນວນຫຼາຍ ແລະ ມີຄວາມຮັບຜິດຊອບຕໍ່ສັງຄົມ, ຢັ້ງຢືນການກະທຳທີ່ມີຄວາມໝາຍ ແລະ ນ້ຳໃຈມະນຸດສະທຳຂອງຊາວ ຫວຽດນາມ”.

        ເນື່ອງໃນໂອກາດນີ້, ແຂວງ ກວາງນິງ ກໍໄດ້ມອບໃບຍ້ອງຍໍໃຫ້ 22 ສ່ວນບຸກຄົນ ທີ່ດີເດັ່ນໃນການບໍລິຈາກເລືອດປີ 2023.

ຕອບກັບ

ຂ່າວ/ບົດ​ອື່ນ