ແຂວງ ກວາງບີງ ສະເຫຼີມສະຫຼອງ 63 ປີແຫ່ງວັນປະທານໂຮ່ຈີມິນ ລົງຢ້ຽມຢາມ (16/06/1957 – 16/06/2020)

(VOVWORLD) -  ຕອນຄ່ຳວັນທີ 13 ມິຖຸນາ, ຄະນະພັກແຂວງ, ຄະນະກຳມະການປະຊາຊົນແຂວງ ກວາງບີງ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 63 ປີແຫ່ງວັນປະທານໂຮ່ຈີມິນ ລົງຢ້ຽມຢາມແຂວງ ກວາງບີງ (16/06/1957 – 16/06/2020). 

ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານ ເຈິ່ນກວັກເວື້ອງ, ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ ໄດ້ຍ້ອງຍໍຊົມເຊີຍ, ຮັບຮູ້ບັນດາຜົນງານຂອງອົງຄະນະພັກ ແລະ ປະຊາຊົນແຂວງ ກວາງບີງ ບັນລຸໄດ້ໃນ 63 ປີຜ່ານມາ.

ແຂວງ ກວາງບີງ ສະເຫຼີມສະຫຼອງ 63 ປີແຫ່ງວັນປະທານໂຮ່ຈີມິນ ລົງຢ້ຽມຢາມ (16/06/1957 – 16/06/2020) - ảnh 1 ແຂວງ ກວາງບີງ ສະເຫຼີມສະຫຼອງ 63 ປີແຫ່ງວັນປະທານໂຮ່ຈີມິນ ລົງຢ້ຽມຢາມ (16/06/1957 – 16/06/2020)

ທ່ານເນັ້ນໜັກວ່າ ໃນໄລຍະປະຈຸບັນ, ແຂວງ ກວາງບີງ ຄວນສືບຕໍ່ປຸກລະດົມ ແລະ ນຳໃຊ້ທຸກແຫຼ່ງກຳລັງໃຫ້ແກ່ການລົງທຶນພັດທະນາຢ່າງມີປະສິດທິຜົນ; ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ ແລະ ລະບຽບການບໍລິຫານ; ຍູ້ແຮງການພັດທະນາດ້ານທ່ອງທ່ຽວ, ການບໍລິການ, ເອົາໃຈໃສ່ພັດທະນາບັນດາຂົງເຂດວັດທະນະທຳ, ສັງຄົມ, ພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.

ເນື່ອງໃນໂອກາດນີ້, ແຂວງ ກວາງບີງ ກໍ່ໄດ້ຈັດຕັ້ງພິທີເປີດສະໜອງອະນຸສາວະລີປະທານ ໂຮ່ຈີມິນ ກັບປະຊາຊົນກວາງບີງ. ນີ້ແມ່ນກິດຈະກຳວັດທະນະທຳທີ່ມີຄຸນຄ່າພິເສດ ແລະ ມີຄວາມໝາຍດ້ານການເມືອງສຳຄັນ, ບໍ່ພຽງແຕ່ສ້າງຂີດໝາຍປະຫວັດສາດຢ່າງຍິ່ງ - ວັນລຸງໂຮ່ລົງຢ້ຽມຢາມ ກວາງບີງ ເທົ່ານັ້ນ, ຫາກຍັງປະກອບສ່ວນສ້າງພື້ນຖານໂຄງລ່າງສັງຄົມຂອງຕົວເມືອງໃຫ້ສົມບູນຕາມທິດສີວິໄລ, ທັນສະໄໝ, ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳຂອງຊາດໃນສະພາບການເຊື່ອມໂຍງ, ພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ