ແຂວງ ບິ່ງດິ້ງ ເຕົ້າໂຮມຄວາມສາດບົ່ມຊ້ອນ, ທ່າແຮງຂອງ 1 ໃນຈຳນວນບັນດາສູນເຕີບໂຕເສດຖະກິດຂອງປະເທດຊາດຢ່າງຄົບຊຸດ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ເລມິງຄາຍ ສະເໜີໃຫ້ແຂວງ ຕ້ອງໃຫ້ບຸລິມະສິດລົງທຶນ ເຊື່ອມຕໍ່ພື້ນຖານໂຄງລ່າງຄົມມະນາຄົມທີ່ມີຄວາມໝາຍຍຸດທະສາດ, ເຊື່ອມຕໍ່ແຂວງ ບິ່ງດິ້ງ ກັບທ້ອງຖິ່ນຕ່າງ
ແຂວງ ບິ່ງດິ້ງ ເຕົ້າໂຮມຄວາມສາດບົ່ມຊ້ອນ, ທ່າແຮງຂອງ 1 ໃນຈຳນວນບັນດາສູນເຕີບໂຕເສດຖະກິດຂອງປະເທດຊາດຢ່າງຄົບຊຸດ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເລມິງຄາຍ
(ພາບ: TTXVN)

    ບິ່ງດິ້ງ ເຕົ້າໂຮມຄວາມສາມາດບົ່ມຊ້ອນ, ທ່າແຮງ ແລະ ກາລະໂອກາດສະເພາະເພື່ອພັດທະນາເສດຖະກິດ - ສັງຄົມຢ່າງໄວ ແລະ ຍືນຍົງ, ພ້ອມທັງສວມບົດບາດສຳຄັນໃນຍຸດທະສາດພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຂອງເຂດທິດເໜືອພາກກາງ ແລະ ເຂດແຄມຝັ່ງທະເລທາງພາກກາງ ແລະ ແມ່ນໜຶ່ງໃນບັນດາສູນເຕີບໂຕຂອງ ຫວຽດນາມ. ນີ້ແມ່ນຄຳຢືນຢັນຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄາຍ ທີ່ພິທີປະກາດການວາງແຜນຜັງແຂວງ ບິ່ງດິ້ງ ໄລຍະ 2021 – 2030, ວິໄສທັດຮອດປີ 2050, ໄດ້ຂັດຂຶ້ນໃນວັນທີ 23 ທັນວາ, ຢູ່ແຂວງ ບິ່ງດິ້ງ. ທ່ານຮອງນາຍົກລັດຖະມົນຕີ ເລມິງຄາຍ ສະເໜີໃຫ້ແຂວງ ຕ້ອງໃຫ້ບຸລິມະສິດລົງທຶນ ເຊື່ອມຕໍ່ພື້ນຖານໂຄງລ່າງຄົມມະນາຄົມທີ່ມີຄວາມໝາຍຍຸດທະສາດ, ເຊື່ອມຕໍ່ແຂວງ ບິ່ງດິ້ງ ກັບທ້ອງຖິ່ນຕ່າງໃນເຂດ, ທົ່ວປະເທດ ແລະ ສາກົນ; ພ້ອມທັງ, ສຸມໃສ່ບຳລຸງສ້າງພັດທະນາແຫຼ່ງຊັບພະຍາກອນມະນຸດ, ດຶງດູດຜູ້ມີຄວາມເກັ່ງກ້າສາມາດຕາມການກຳນົດທິດພັດທະນາຂອງແຂວງ.

ຕາມການວາງແຜນຜັງຮອດປີ 2030, ບິ່ງດິ້ງ ກາຍເປັນແຂວງພັດທະນານຳໜ້າ ເຂດທິດເໜືອພາກກາງ ແລະ ເຂດແຄມຝັ່ງທະເລທາງພາກກາງ. ແຂວງ ຈະສວມບົດບາດເປັນສູນອຸດສາຫະກຳປຸງແຕ່ງ, ຜະລິດ, ການບໍລິການ, ທ່ອງທ່ຽວ ແລະ ວັດທະນະທຳຂອງເຂດ; ສູນໃຫຍ່ຂອງທົ່ວປະເທດກ່ຽວກັບການພັດທະນາເສດຖະກິດທະເລ; ຈຸດສຸມທ່ອງທ່ຽວລະດັບຊາດ ແລະ ສາກົນ ກັບລະບົບພື້ນຖານໂຄງລ່າງເສດຖະກິດຄົບຊຸດ, ທັນສະໄໝ.

ຕອບກັບ

ຂ່າວ/ບົດ​ອື່ນ