ແຂວງ ອານຢາງ ຈັດຕັ້ງສັບປະດາວັດທະນະທຳອາຫານການກິນ, ການທ່ອງທ່ຽວ ແລະ ການຄ້າ

(VOVWORLD) - ຕອນຄ່ຳວັນທີ 16 ສິງຫາ, ທີ່ເຂດ Golden City, ນະຄອນ ລອງຊວຽນ, ແຂວງ ອານຢາງ;
ແຂວງ ອານຢາງ ຈັດຕັ້ງສັບປະດາວັດທະນະທຳອາຫານການກິນ, ການທ່ອງທ່ຽວ ແລະ ການຄ້າ - ảnh 1 ພິທີໄຂສັບປະດາວັດທະນະທຳອາຫານການກິນ, ການທ່ອງທ່ຽວ ແລະ ການຄ້າ

ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ອານຢາງ ໄດ້ສົມທົບກັບຄະນະກຳມະການປະຊາຊົນນະຄອນ ລອງຊວຽນ ໄຂສັບປະດາວັດທະນະທຳອາຫານການກິມ, ການທ່ອງທ່ຽວ ແລະ ການຄ້າ ອານຢາງ ປີ 2018. ນີ້ແມ່ນໜຶ່ງໃນບັນດາເຫດການແທດຈິງ ເພື່ອສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດປະທານ ໂຕນດຶກທັ໋ງ (20/08/1888 – 20/08/2018).

        ສັບປະດາວັດທະນະທຳອາຫານການກິນ, ການທ່ອງທ່ຽວ ແລະ ການຄ້າ ອານຢາງ 2018 ໄດ້ດຶງດູດຮ້ານວາງສະແດງກ່ວາ 500 ຮ້ານຂອງ 150 ຫົວໜ່ວຍຈາກບັນດາແຂວງ, ນະຄອນໃນທົ່ວປະເທດ ແລະ ຫົວໜ່ວຍ, ວິສາຫະກິດຕ່າງໆໃນແຂວງ ອານຢາງ.

        ສັບປະດາວັດທະນະທຳອາຫານການກິນ, ການທ່ອງທ່ຽວ ແລະ ການຄ້າ ອານຢາງ ຈະດຳເນີນແຕ່ວັນທີ 16 – 22 ສິງຫາ 2018, ແມ່ນເຫດການໃຫຍ່ຂອງຂະແໜງທ່ອງທ່ຽວແຂວງ ອານຢາງ ໃນປີ 2018, ແນໃສ່ແນະນຳ, ໂຄສະນາຄວາມສາມາດບົ່ມຊ້ອນ, ຜະລິດຕະພັນການທ່ອງທ່ຽວໃນແຂວງ ອານຢາງ ແລະ ບັນດາແຂວງໃນປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ